ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ທີ່​ປະ​ຈຳ​ການ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະຫງວນຫຼາຍແຫຼ່ງກຳລັງສຳລັບວຽກງານໜູນຊ່ວຍສັງຄົມ; ປຸກລະດົມການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນໃນທົ່ວສັງຄົມ ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ທີ່​ປະ​ຈຳ​ການ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢ້ຽມຢາມຜູ້ອາຍຸສູງເນື່ອງໃນໂອກາດບຸນເຕັດ (ພາບ: TTXVN)

ຕອນບ່າຍວັນທີ 8 ກຸມພາ (ກົງກັບວັນທີ 29 ບຸນເຕັດປີມະໂລງ 2024), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ບັນດາພະນັກງານ, ຜູ້ອອກແຮງງານ, ຜູ້ເຖົ້າຜູ້ແກ່ ແລະ ເດັກນ້ອຍຢູ່ສູນຊ່ວຍເຫຼືອສັງຄົມເລກ 3 ຮ່າໂນ້ຍ; ພະນັກງານ, ນັກຮົບຫ້ອງການຕຳຫຼວດດັບເພີງ ແລະ ກູ້ໄພກູ້ຊີບ (ກອງຕຳຫຼວດນະຄອນ ຮ່າໂນ້ຍ); ແພດໝໍ, ພະຍາບານ ແລະ ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍກ້ອນເປົ້າໂລກມະເຮັງ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະຫງວນຫຼາຍແຫຼ່ງກຳລັງສຳລັບວຽກງານໜູນຊ່ວຍສັງຄົມ; ປຸກລະດົມການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນໃນທົ່ວສັງຄົມ ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.

        ໃນຕອນຄ່ຳຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຖະຫວາຍທູບທຽນຢູ່ອະນຸສາວະລີເຈົ້າຊີວິດ ຫຼີຖ້າຍໂຕ; ເຂດປູຊະນີຍະສະຖານ ວິຫານ ງອກເຊີນ. ກວດກາວຽກງານກະກຽມຍິງບັ້ງໄຟດອກຢູ່ເຂດໜອງຮວ່ານກຽມ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມຂັ້ນຕອນ, ຂໍ້ກຳນົດກົດລະບຽບ, ຮັບປະກັນຄວາມປອດໄພເພື່ອໃຫ້ປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວໄດ້ຮັບຊົມລາຍການຍິງບັ້ງໄຟດອກທີ່ງາມຕາ, ສົ່ງສານທີ່ມີຄວາມໝາຍຫຼາຍຢ່າງກ່ຽວກັບປີໃໝ່ທີ່ສະຫງົບສຸກ ແລະ ປະສົບຜົນສຳເລັດຫຼາຍຢ່າງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ