ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທງ ເຂົ້າ​ຮ່ວມ​ລາຍ​ການ “ບຸນ​ເຕັດ​ອົບ​ອຸ່ນ-ລະ​ດູ​ບານ​ໃໝ່​ສະ​ຫງົບ​ສຸກ” ປີ 2022 ຢູ່ແຂວງ ຮ່າ​ນາມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດ ບັນດາທະຫານເສຍອົງຄະ, ນັບຮົບຖືກເຈັບປ່ວຍທີ່ພວມປິ່ນປົວ, ຟື້ນຟູອະໄວຍະວະຢູ່ສູນປິ່ນປົວທະຫານເສຍອົງຄະ ຢຸຍຕຽນ.
 
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທງ ເຂົ້າ​ຮ່ວມ​ລາຍ​ການ “ບຸນ​ເຕັດ​ອົບ​ອຸ່ນ-ລະ​ດູ​ບານ​ໃໝ່​ສະ​ຫງົບ​ສຸກ” ປີ 2022 ຢູ່ແຂວງ ຮ່າ​ນາມ - ảnh 1(ພາບ:TTXVN)

     ຕອນເຊົ້າວັນທີ 15 ມັງກອນ, ຢູ່ແຂວງ ຮ່ານາມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ເຂົ້າຮ່ວມລາຍການ “ບຸນເຕັດອົບອຸ່ນ-ລະດູບານໃໝ່ສະຫງົບສຸກ” ປີ 2022. ກ່າວຄຳເຫັນນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ເລວັນແທງ ເນັ້ນໜັກວ່າ: ໃນສະພາບການຫຍຸ້ງຍາກ, ຫວຽດນາມ ຈະບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ, ທົ່ວລະບົບການເມືອງເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງ ປຊຊ, ໄປຄຽງຄູ່ກັບໜ້າທີ່ພັດທະນາພື້ນຖານໂຄງລ່າງ, ເສດຖະກິດ. ທ່ານສະເໜີໃຫ້ແຂວງຮ່ານາມ ຈົ່ງຍູ້ເປົ້າໝາຍພັດທະນາເສດຖະກິດສັງຄົມໃຫ້ສູງກ່ວາອີກ, ປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ, ສູ້ຊົນຫລຸດຜ່ອນອັດຕາສ່ວນຄອບຄົວທຸກຍາກລົງຕື່ມ ເມື່ອທຽບກັບປີ 2021.

   ໃນຕອນເຊົ້າຂອງວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດ ບັນດາທະຫານເສຍອົງຄະ, ນັກຮົບພວມປິ່ນປົວ, ຟື້ນຟູອະໄວຍະວະຢູ່ສູນປິ່ນປົວທະຫານເສຍອົງຄະ ຢຸຍຕຽນ.

ຕອບກັບ

ຂ່າວ/ບົດ​ອື່ນ