ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ: ນຳວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ ບັນລຸ 10 ຕື້ USD

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານ ອິນໂດເນເຊຍ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປເຖິງນະຄອນຫຼວງຈາກາກຕາ, ປະເທດ ອິນໂດເນເຊຍ, ຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ. 

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ: ນຳວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ ບັນລຸ 10 ຕື້ USD - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ

(ພາບປະກອບ)

ຕອນບ່າຍວັນທີ 19 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມີການເຮັດວຽກກັບທ່ານລັດຖະມົນຕີການຕ່າງປະເທດ Retno Marsudi, ທ່ານລັດຖະມົນຕີກະຊວງການຄ້າ Enggartiasto Lukita. ທີ່ການເຮັດວຽກຄັ້ງຕ່າງໆ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນ ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ໄດ້ເປີດໜ້າປະຫວັດສາດໃຫມ່, ນຳການພົວພັນ ຫວຽດນາມ - ອິນໂດເນເຊຍ ພັດທະນາທັງລວງກ້ວາງ ແລະ ລວງເລິກ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາຜ່ານການເພີ່ມທະວີການແລກປ່ຽນການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງກ່ວາອີກ. ທ່ານນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີວ່າ 2 ຝ່າຍຕັ້ງໜ້າກະກຽມກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ໃນປີ 2017 ເພື່ອແລກປ່ຽນບັນດາມາດຕະການລະອຽດ, ໃນນັ້ນມີການວາງອອກມາດຕະການເພື່ອແນໃສ່ນຳວົງເງິນ 2 ສົ້ນບັນລຸ 10 ຕື້ USD ໃນປີ 2018 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ