ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ

(VOVWORLD) -ຕອນບ່າຍວັນທີ 19 ມິຖຸນາ, ຢູ່ສຳນັກງານລັດຖະບານຫວຽດນາມ, ຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ ໄດ້ຈັດວາລະປະຊຸມທຳອິດ, ບູລະນະສະມາຊິກໃນຄະນະ, ປຶກສາຫາລືກ່ຽວກັບລະບອບລະບຽບການເຮັດວຽກ ແລະ ຜັນຂະຫຍາຍໜ້າທີ່ຂອງຄະນະຊີ້ນຳ.

ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ

(ພາບ: Lam Khanh/TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້, ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ. ຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ ມີໜ້າທີ່ຊ່ວຍນາຍົກລັດຖະມົນຕີ ຊີ້ນຳ, ສ້າງຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍ, ລາຍການ, ແຜນການ, ກົນໄກ ແລະ ມາດຕະການໃນວຽກງານປ້ອງກັນ, ຕ້ານການຟອກເງິນ; ຊີ້ນຳວຽກງານຜັນຂະຫຍາຍການປະຕິບັດພັນທະສະມາຊິກຂອງຫວຽດນາມໃນກຸ່ມອາຊີ - ປາຊີຟິກ ກ່ຽວກັບການຕ້ານການຟອກເງິນ ແລະ ແຜນການມຸ່ງໄປເຖິງການປະຕິບັດຂໍ້ສະເໜີແນະຂອງກຳລັງປະຕິບັດໜ້າທີ່ການເງິນພິເສດກ່ຽວກັບການຕ້ານການຟອກເງິນ… ຈຸດປະສົງຂອງການຕີລາຄາຄວາມສ່ຽງແຫ່ງຊາດ ແມ່ນເພື່ອແນໃສ່ກຳນົດ ແລະ ວັດແທກບັນດາຄວາມສ່ຽງຂອງການຟອກເງິນ ແລະໜູນຊ່ວຍການກໍ່ການຮ້າຍຂອງຫວຽດນາມ, ຈາກນັ້ນມີມາດຕະການແກ້ໄຂ ແລະ ຮັບມືຕໍ່ສຳລັບບັນດາຄວາມສ່ຽງເຫຼົ່ານັ້ນ. ນີ້ກໍແມ່ນຄວາມຮຽກຮ້ອງຕ້ອງການທຳອິດ ແລະສຳຄັນ ເຊິ່ງບັນດາມາດຖານສາກົນກ່ຽວກັບການປ້ອງກັນ, ຕ້ານການຟອກເງິນ, ໜູນຊ່ວຍການກໍ່ການຮ້າຍວາງອອກ ແລະ ຮຽກຮ້ອງໃຫ້ບັນດາປະເທດຕ້ອງປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ