ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເວືອງ​ດີງ​ເຫ້​ວເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຜ​ະ​ລິດ, ​ແລ​ະ​ຈຳ​ໜ່າຍໝາກ ລິ້ນ​ຈີ່ ບັກ​ຢາງ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວໄດ້ຕີລາຄາສູງວິທີການສຳຜັດ, ພັດທະນາຕະຫຼາດຂອງແຂວງບັກຢາງສຳລັບໝາກລີ້ນຈີ ເວົ້າສະເພາະ, ຕົ້ນໄມ້ກິນໝາກເວົ້າລວມ.
ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເວືອງ​ດີງ​ເຫ້​ວເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຜ​ະ​ລິດ, ​ແລ​ະ​ຈຳ​ໜ່າຍໝາກ ລິ້ນ​ຈີ່ ບັກ​ຢາງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ມາຢ້ຽມຢາມຮ້ານວາງຜະລິດຕະພັນທາງກະເສດແຂວງບັກຢາງ (ພາບ: VPG/ແທງຈຸງ)

        ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ແຂວງບັກຢາງ, ຄະນະກຳມະການປະຊາຊົນແຂວງບັກຢາງໄດ້ຈັດຕັ້ງ “ເວທີປາໄສເສດຖະກິດການຜະລິດ, ແລະຈຳໜ່າຍໝາກ ລິ້ນຈີ ແລະ ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ກະສິກຳ ຂອງແຂວງບັກຢາງປີ 2019.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວໄດ້ຕີລາຄາສູງວິທີການສຳຜັດ, ພັດທະນາຕະຫຼາດຂອງແຂວງບັກຢາງສຳລັບໝາກລີ້ນຈີ ເວົ້າສະເພາະ, ຕົ້ນໄມ້ກິນໝາກເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວກ່າວວ່າ:

        "ສົມທົບກັນປະຕິບັດການເຊື່ອມໂຍງເຂດ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍໃນການຜະລິດ, ຈຳໜ່າຍ ບັນດາຜະລິດຕະພັນກະສິກຳເວົ້າລວມ, ໝາກລິ້ນຈີເວົ້າສະເພາະ ແລະ ບັນດາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ. ໜູນຊ່ວຍສະໜອງຂໍ້ມູນຂ່າວສານໃນຕະຫຼາດ, ແນະນຳໃຫ້ແກ່ ບັກຢາງ ບັນດາວິສາຫະກິດ, ນັກທຸລະກິດທີ່ມີຄວາມສາມາດບົ່ມຊ້ອນ, ປະສົບການເພື່ອເຂົ້າມາລົງທຶນໃນຂົງເຂດກະສິກຳ, ການທ່ອງທ່ຽວ, ການບໍລິການ. ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດສົ່ງອອກໝາກລິ້ນຈີ."

ຕອບກັບ

ຂ່າວ/ບົດ​ອື່ນ