ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງສຶກສາແລະທັກສະອຽກລັງ

(VOVWORLD) -ວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງສຶກສາ ແລະ ທັກສາອຽກລັງ Richard Bruton ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງສຶກສາແລະທັກສະອຽກລັງ - ảnh 1 ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງສຶກສາແລະທັກສະອຽກລັງ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ລັດຖະບານ ອຽກລັງ ພິຈາລະນາເພີ່ມຈຳນວນທຶນການສຶກສາລະດັບປະລິຍາຕີ, ເໜືອມະຫາວິທະຍາໄລ ທີ່ສະຫງວນໃຫ້ແກ່ຫວຽດນາມ, ໜູນຊ່ວຍບຳລຸງສ້າງພາສາອັງກິດ ແລະ ແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດກວດກາຄຸນນະພາບການສຶກສາ, ກໍ່ຄືບົດຮຽນເຊື່ອມຕໍ່ການຮ່ວມມືລະຫວ່າງວິສາຫະກິດກັບບັນດາຮາກຖານບຳລຸງສ້າງໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.

        ສ່ວນທ່ານລັດຖະມົນຕີ Richard Bruton ຢືນຢັນວ່າ, ອຽກລັງ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ແລະ ແຈ້ງໃຫ້ຮູ້ວ່າ ລັດຖະບານອຽກລັງ ໃຫ້ຄຳໝັ້ນສັນຍາສະຫງວນບ້ວງເງິນໜູນຊ່ວຍການພັດທະນາທາງການ (ODA) ທີ່ມີມູນຄ່າ 7,5 ລ້ານເອີໂລ/ປີ ໃຫ້ໄລຍະ 2017 – 2020 ເພື່ອແນໃສ່ໜູນຊ່ວຍຫວຽດນາມ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍຄົນພິການ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.  

ຕອບກັບ

ຂ່າວ/ບົດ​ອື່ນ