ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການແຕ່ວັນທີ 19 – 21 ທັນວາ 2017

(VOVWORLD) -ໂດຍຮັບຄຳເຊີນຂອງ ທ່ານ Kang Kiêng Hoa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຈະຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 19 – 21 ທັນວາ 2017.

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການແຕ່ວັນທີ 19 – 21 ທັນວາ 2017 - ảnh 1ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເມດ ຫວຽດນາມ

(ພາບ: TTXVN)

ຄາດຄະເນວ່າໃນໄລຍະດຳເນີນການຢ້ຽມຢາມ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຈະມີການພົບປະເຈລະຈາກັບ ທ່ານ ລັດຖະມົນຕີການຕ່າງປະເທດ Kang Kiêng Hoa, ພົບປະກັບການນຳຂັ້ນສູງ ສ.ເກົາຫຼີ ແລະ ການເຄື່ອນໄຫວຕ່າງໆຈຳນວນໜື່ງ.

        ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຮັກສາທ່າພັດທະນາອັນດີງາມຂອງສາຍພົວພັນສອງຝ່າຍລະຫວ່າງສອງປະເທດ, ຊຸກຍູ້ສາຍພົວພັນຮ່ວມມືໃນບັນດາຂົງເຂດຄື ທາງການທູດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ແຮງງານ…ລະຫວ່າງສອງຝ່າຍ. ການຢ້ຽມຢາມກໍ່ດຳເນີນໄປກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 25 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ