ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຝາກກະເຊົ້າດອກໄມ້ອວຍພອນສະຖານທູດລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຝາກກະເຊົ້າດອກໄມ້ອວຍພອນສະຖານທູດລາວ - ảnh 1
ສະຖານທູດ ລາວ  ຈັດຕັ້ງພິທີສະເຫຼີມສະຫຼອງ60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​
ພັກ​ປະຊາຊົນ​ປະຕິວັດ​ລາວ  (22/3/1955-22/3/2015)

(vovworld) – ​ເນື່ອງ​ໃນ​ໂອກາດສະເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ (22/3/1955-22/3/2015), ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີ ຫວຽດນາມ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື ຫວຽດນາມ-​ລາວ ​ໄດ້​ຝາກ​ກະ​ເຊົ້າດອກ​ໄມ້​ອວຍພອນ​ສະຖານທູດ ລາວ ປະຈຳ ຫວຽດນາມ.

    ທ່ານ​ຮ່ວາງ​ບີ່​ງກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ; ບັນດາ​ການ​ນຳ​ຫ້ອງ​ວ່າການ​ສູນ​ກາງພັກ, ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ລັດຖະບານ, ຄະນະກຳມະການ​​ກວດກາ​ສູນ​ກາງ, ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຄະ​ນະໂຄສະນາ​ສຶກສາສູນ​ກາງ, ຄະນະ​ເສດ​ຖະກິດສູນ​ກາງ, ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນສູນ​ກາງ, ຄະນະ​ຂົນຂວາຍປະຊາຊົນ​ສູນ​ກາງ, ກະຊວງ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ​ຈຳນວນ​ໜຶ່ງ​ຢູ່​ສູນ​ກາງ ​ແລະ ນະຄອນ ​ຮ່າ​ໂນ້ຍ ​ໄດ້​ມາ​ອວຍພອນ​ພະນັກງານສະຖານທູດ​ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ. ການ​ນຳ​ນະຄອນ​ໂຮ່ຈິ​ມິນ, ດ່າ​ນັ້ງ ​ໄດ້​ມາ​ອວຍພອນຫົວໜ້າ​ສະຖານ​ກົງ​ສູນ​ໃຫຍ່ລາວ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລະ ດ່າ​ນັ້ງ.

    ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ກະຊວງ, ຄະນະ, ຂະ​​ແໜງ​ການ, ​ແຂວງ,  ​ແລະ ນະຄອນ​ອື່ນໆທີ່​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ​ແຂວງ, ​ນະຄອນອື່ນໆ​ຂອງ​ ລາວ ກໍ່​ໄດ້​ຝາກ​ໂທລະ​ເລກ​ອວຍພອນ.

ຂ່າວ/ບົດ​ອື່ນ