ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເໜີໃຫ້ເພີ່ມທະວີ, ຮັບປະກັນຄວາມປອດໄພທາງຄົມມະນາຄົມ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເໜີໃຫ້ເພີ່ມທະວີ, ຮັບປະກັນຄວາມປອດໄພທາງຄົມມະນາຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ກ່າວຊີ້ນຳກອງປະຊຸມກ່ຽວກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ
(ພາບ:chinhphudientu)

(vovworld)- ບັນດາ​ກະຊວງ​, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຄວນ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມປອດໄພ ຄົມມະນາຄົມທາງບົກ, ທາງລົດໄຟ, ທາງນ້ຳພາຍ ໃນປະເທດ, ສ້າງຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງບົກ, ທາງລົດໄຟໄລຍະ 2014 – 2020. ທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ“ ສະຫຼຸບວຽກງານ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ ໄລຍະ 6 ​ເດືອນ​ຕົ້ນ​ປີ 2014 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ​ໃນ​ເວລາ​ທີ່​ຍັງ​ເຫຼືອ​ຂອງ​ປີ”, ວຽກ​ງານ​ບຸກເບີກໜ້າ​ພຽງ​ທາງ​ຫຼວງ​ເລກ 1 ​ແລະ ທາງ​ໂຮ່ຈິ​ມິນ​ຕອນ​ຜ່ານ​ເຂດ​ໄຕ​ງວຽນ, ​ແລະ ວຽກ​ງານ​ຄວບ​ຄຸມ​ນ້ຳໜັກ​ຂອງລົດຢູ່ 63 ​ແຂວງ, ນະຄອນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ບັນດາ​ແຂວງ, ນະຄອນ​ຈົ່ງ​ສືບ​ຕໍ່ປະຕິບັດ​ວຽກ​ງານຄວບ​ຄຸມ​ນ້ຳໜັກຂອງ​ຍານພາຫະນະ​ຂົນ​ສົ່ງ​ທາງບົກ, ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ດ່ານ​ຄວບ​ຄຸມ​ນ້ຳໜັກຂອງ​ລົດທັງ​ວັນ ​ແລະ ຄືນ ​ແລະ ​ໃນ 7 ວັນ​ຕໍ່​ອາທິດ; ​ເດັດ​ດຽວ​ຢຸດຕິ​ສະພາບລົດ​ຂົນ​ສ່ົງ​ສິນຄ້າ​ເກີນ​ນ້ຳໜັກ, ​ເຮັດ​ໃຫ້ການ​ຄົມມະນາຄົມ​ຂາດ​ຄວາມ​ປອດ​ໄພ ​ແລະ ທຳລາຍ​ໂຄງ​ປະກອບ​ໂຄງ​ລ່າງ​ຄົມມະນາຄົມ. 

ຂ່າວ/ບົດ​ອື່ນ