ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະວິສາຫະກິດອາເມລິກາ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະວິສາຫະກິດອາເມລິກາ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີລັດຖະບານ ຫງວຽນ​ຊວນ​ຟຸກ ​
​ຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ)

(vovworld) – ​​​ ​ ​ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີລັດຖະບານ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ, ​ໂດຍ​ທ່ານ Kirk Wagar ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ສິງກະ​ໂປ ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ີ​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​, ຫວຽດນາມ ໄດ້​ຮັບ​ການ​ຕີ​ລາຄາ​ເປັນ​ສະຖານ​ທີ່​ດຶງ​ດູດ​ການ​ລົງທຶນ​ໃຫຍ່​ຢູ່ ອາ​ຊຽນ ​ແລະ ​ແມ່ນ​ຕະຫລາດ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້​ສິນຄ້າ​ສົ່ງ​ອອກ, ຜະລິດ​ປຸງ​ແຕ່ງ. ຫວຽດນາມ ກໍ​ພວມ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP) ​ແລະ ​ຫວັງວ່າຈະ​ເປີດ​ກາລະ​ໂອກາດ​ໃຫຍ່​ໃຫ້ການ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ 2 ຝ່າຍ ຫວຽ​ດນາມ - ອາ​ເມ​ລິ​ກາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະ​ມີ​ໂອກາດ​ສຳ​ຜັດກັບ​ຕະຫລາດກ້ວາງ​ໃຫຍ່​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​, ດ້ວຍ​ອັດຕາພາສີ​ຕ່ຳ ​ແລະ ຮົ້ວ​ເຕັກນິກ​ໄດ້​ຮັບ​ການຍົກ​ເວັ້ນ.

        ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ສິງກະ​ໂປ Kirk Wagar ​ເນັ້ນ​ໜັກ​ວ່າ: ສ່ວນ​ຫລາຍ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຢູ່ ສິງກະ​ໂປ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່​ພາກ​ພື້ນ ອາ​ຊຽນ ​ແລະ ສະຖານ​ທີ່​ອັນ​ດັບ 1 ​ເຊິ່ງ​ພວກ​ເຂົາ​ເລືອກ​ເຟັ້ນ​ແມ່ນ ຫວຽດນາມ. ທ່ານ Kirk Wagar ​ຫວັງວ່າ: ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກສະບາ​ຍນັ້ນ, ຈະສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ, ​ໃນ​ຕໍ່ໜ້າ​ຈະ​ມີ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຫລາຍ​ແຫ່ງລົງທຶນ​ເຂົ້າ ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ