ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະອະດິດນັກໂທດການເມືອງແຂວງດັກລັກ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະອະດິດນັກໂທດການເມືອງແຂວງດັກລັກ - ảnh 1

ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກຕ້ອນຮັບ​ຄະນະ​ອະດິດນັກ​ໂທດການ​ເມືອງ​ແຂວງ​ດັກ​ລັກ

(vovworld) – ຕອນ​ບ່າຍ​ວັນ​ທີ 29/7, ທີ່​ການ​ຕ້ອນຮັບ​ນັກຮົບ​ປະຕິວັດ​ແຂວງ ດັກ​ລັກ 32 ຄົນ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດ, ລັດຖະບານ​ຍາມ​ໃດ​ກໍ່​ຮູ້​ບຸນຄຸນ​​ອັນ​ໃຫຍ່​ຫຼວງ​ຂອງ​ບັນ​ດາ​ນັກຮົບ​ປະຕິວັດ​ທີ່​ຖືກ​ສັດ​ຕູ​ຈັບ​ຄຸມ​ຂັງ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​​ແລະ ສ້າງສາ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ບັນ​ດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ​ແຂວງ ດັກ​ລັກ ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ການ​ນຳ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ແຂວງ ດັກ​ລັກ ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ຂົນຂວາຍ​ໜູນ​ຊ່ວຍ, ຊ່ວຍ​ເ​ຫຼືອບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ທີ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບືນຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່. ພ້ອມ​ທັງ, ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຄະນະຜູ້​ແທນທີ່​ມີ​ຄຸນງາມຄວາມດີ​ແຂວງ ດັກ​ລັກ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອປະຕິວັດ, ສຶກສາ​ລຸ້ນໜຸ່ມ​ຕັ້ງໜ້າ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ.




ຂ່າວ/ບົດ​ອື່ນ