ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫລຸບຂະແໜງການກວດກາ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫລຸບຂະແໜງການກວດກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າ​ວຄຳ​ເຫັນ​ທີ່ກອງປະຊຸມ
(ພາບ: ThuHang)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 05/01, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ​້ນຳ​ກອງ​ປະຊຸມ​ໂດຍ​ກົງທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ສະຫລຸບ​ວຽກ​ງານ​ກວດກາ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2016. ກ່າ​ວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ, ປະຕິບັດ​ບັນດາ​ໜ້າ​ທີ່​ວຽກ​ງານ​ກວ​ດກາ​ເປັນ​ຢ່າງ​ດີ, ​ແກ້​ໄຂ​ການຮ້ອງທຸກ, ກ່າວ​ໂທດ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ​ແກ້​ໄຂ​ບັນດາຂໍ້​ສະ​ເໜີ​ໃຫ້​ທັນ​ການ. ທ່ານ​ຮອງ​ນາ​ຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ຂະ​ແໜງ​ກວດກາ​ຜັນ​ຂະຫຍາຍ​ການປະຕິບັດຢ່າງ​ເຂັ້ມ​ງວດ, ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຕ້ອນຮັບພົນລະ​ເມືອງ, ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ໂທດ, ​ແກ້​ໄຂ ​ແລະ ຊີ້​ນຳ​ໃຫ້​ທັນ​ການ, ຖືກ​ກັບ​ກົດໝາຍ, ບໍ່​ປະ​ໃຫ້​ເກີດ​​ເຫດ​ທີ່​ເຄັ່ງຮ້ອນ.

 

ຂ່າວ/ບົດ​ອື່ນ