ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສ“ສີ່ປະເທດ-ຈຸດນັດພົບດຽວ“

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມເວທີປາໄສ“ສີ່ປະເທດ-ຈຸດນັດພົບດຽວ“ - ảnh 1
ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
 ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ “ສີ່ປະເທດ-ຈຸດນັດພົບດຽວ“
(ພາບ: VGP)

(vovworld) - ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ປະທານາທິບໍດີ ສາທາລະນະ​ລັດ ສະຫະພາບ​ ມຽນມາ Henry Van Thio, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ “ສີ່ປະເທດ-ຈຸດນັດພົບດຽວ“ ​ເຊິ່ງຖືກ​ຈັດ​ຕັ້ງ​ໃນ​ສະພາບ​​ການ​ຮ່ວມ​ມື​ລະຫວ່າງ ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຕ່າງໆ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ປະ​ເທດ​ຕ່າງໆ. ເວທີ​ປາ​ໄສ “ສີ່ປະເທດ-ຈຸດນັດພົບດຽວ“ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການທ່ອງທ່ຽວ​ລະຫວ່າງ 4 ປະ​ເທດ​ດັ່ງກ່າວ. ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນີ້, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ກັບ​ມຽນມາ, ຊຸກຍູ້​ການ​ຮ່ວມ​ມື​ດ້ານການທ່ອງທ່ຽວ, ທະນາຄານ​ລະຫວ່າງ 4 ປະ​ເທດ ກໍ່​ຄື​ເພີ່ມ​ທະວີ​ການ​ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ​ທີ່​ລົງທຶນ​ເຂົ້າ​ ມຽນມາ.

ຂ່າວ/ບົດ​ອື່ນ