ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບນັກຮຽນຮູ້Havard

ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບນັກຮຽນຮູ້Havard - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ເຮັດ​ວຽກ​ກັບ​​ບັນ​ດານັກ​ຮຽນ​ຮູ້​ອັນ​ດັບ​ໜຶ່ງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Havard ຢູ່​ນະ​ຄອນ Boston
(ພາບ: Lê Dương/Vietnam+)

(​vovworld) – ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 18/9, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ເຮັດ​ວຽກ​ກັບ​​ບັນ​ດານັກ​ຮຽນ​ຮູ້​ອັນ​ດັບ​ໜຶ່ງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Havard ຢູ່​ນະ​ຄອນ Boston, ລັດ Massachussett. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນິງ ແລະ ບັນ​ດາ​ນັກ​ຮຽນ​ຮູ້​ມ​ະ​ຫາ​ວິ​ທະ​ຍາ​ໄລ Havard ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​​ດ້ານການ​ເມືອງ​ໃນ​ປະ​ຈຸ​ບັນ​ຂອງ ອາ​ເມ​ລິ​ກາ, ຕີ​ລາ​ຄາ​ຍຸດ​ທະ​ສາດ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ, ​ສົມ​ທຽບ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​​ລະ​ດັບ​ພັດ​ທະ​ນາ​ຄື​ກັນ​ຄື: ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຈີນ ແລະ ບັນ​ດາ​ບົດ​ຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ. ບັນ​ດາ​ນັກ​ຮຽນ​ຮູ້​ລ້ວນ​ແຕ່​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ກໍ່​ຄື​ການ​ເຊື່ອມ​ໂຍງ​ທົ່ວ​ໂລກ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ຊຸມ​ປີ​ຕໍ່​ໄປ, ພ້ອມ​ທັງ​ຫວັງ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຕັ້ງ​ໜ້າ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ບັນ​ດາ​ນັກ​ຮຽນ​ຮູ້​ຍົກ​ໃຫ້​ເຫັນ​ການ​ຕີ​ລາ​ຄາ ແລະ ​ຂໍ້ສະ​ເໜີ​ກັບ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ຍຸດ​ທ​ະ​ສາດ​ເຕີບ​ໂຕ​ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ສະ​ເໜີ​ໃຫ້ ຫວຽດ​ນາມ ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ດ້ວຍ​ຈຸດ​ສຸມ​ແມ່ນ​ປະ​ຕິ​ຮູບລັດວິ​ສາ​ຫະ​ກິດ, ນະ​ໂຍ​ບາຍ​ລົງ​ ​ທຶນ​ແຫ່​ງ​ລັດ ແລະ ທະ​ນາ​ຄານ.


ຂ່າວ/ບົດ​ອື່ນ