ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ລົງກວດກາ ວຽກງານແກ້ໄຂອຸບັດຕິເຫດຢູ່ສະຖານທີ່ກໍ່ສ້າງ Formosa

ຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ລົງກວດກາ ວຽກງານແກ້ໄຂອຸບັດຕິເຫດຢູ່ສະຖານທີ່ກໍ່ສ້າງ Formosa - ảnh 1
(ໂຄງ​ສ້າງ​​ຖືກ​ພັງ​ຖະ​ຫລົ່ມ)

(vovworld) – ຕອນ​ຄໍ່າ​ວັນ​ທີ 26/03, ທ່ານຮອງ​ນາຍົກລັດຖະມົນຕີຮ່ວາ​ງຈຸ​ງຫາຍ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​​ໄດ້ລົງ​ກວດກາ​ວຽກ​ງານກູ້​ໄພ​ກູ​ຊີບ ຢູ່​ສະ​ຖານ​ທີ່​ກໍ່ສ້າງ Formosa, ​ເຂດ​ເສດຖະກິດ ຫວູ້ງອ໋າງ, ​​ແຂວງ​ຮ່າ​ຕິ້ງ ກ່ຽວ​ກັບ​ເລື່ອງ​ໂຄງ​ສ້າງ​​ຖືກ​ພັງ​ຖະ​ຫລົ່ມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ນຳ​ແຂວງ​ຮ່າ​ຕິ້ງ ຮີບ​ເຮັ່ງ​ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ເພື່ອ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງຮ່າ​ຕິ້ງ ສຳ​ຫຼວດກວດກາ​ຄືນ​ທຸກ​ຂັ້ນ​ຕອນ​ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ແຮງ, ພ້ອມ​ທັງ​ຮັບປະກັນ​ວຽກງານ​ຮັບ​ປະກັນ​ຄວາມປອດ​ໄພ​​ໃນການ​ອອກ​ແຮງ​ແຮງໃຫ້​ຄົນ​ງານ; ​ເອົາ​ໃຈ​ໃສ່​ແຂວງ​ຮ່າ​ຕິ້ງ ຕ້ອງ​ຮີບ​ເຮັ່ງ​ປິ່ນ​ປົວ ບໍ​່ປະ​ໃຫ້​​ເກີດ​ກໍ່​ລະ​ນີ​ໃດ​ຖືກ​ເສຍ​ຊີວິດ​ຕື່ມ​ອີກ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຄອບຄົວ​ຜູ້​ຖືກ​ເຄາະຮ້າຍ.

ຂ່າວ/ບົດ​ອື່ນ