ຮອງ​ນາຍົກລັດຖະມົນຕີ​ເວື​ອງດີງ​ເຫ້ວຕ້ອນຮັບ​ທ່ານ​ຂາວ​ແລ໋ງສູ​ຜູ້ອຳນວຍ​ການUNDP

ຮອງ​ນາຍົກລັດຖະມົນຕີ​ເວື​ອງດີງ​ເຫ້ວຕ້ອນຮັບ​ທ່ານ​ຂາວ​ແລ໋ງສູ​ຜູ້ອຳນວຍ​ການUNDP - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້
ຕ້ອນຮັບ​ທ່ານ ຂາວ​ແລ໋ງສູ 

(vovworld) - ​ ​ ​​ ຕອນ​ບ່າຍ​ວັນ​ທີ 31/08, ທີ່​ການ​ຕ້ອນຮັບ​ທ່ານ ຂາວ​ແລ໋ງສູ ຜູ້ອຳນວຍການ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຂອງ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ທີ່​ພວມ​ມີ​ການ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫ້ວ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ​ວ່າ​ບັນດາ​ນັກ​ອຸປະຖຳ, ຄູ່​ຮ່ວມ​ມື​ພັດທະນາ ສືບ​ຕໍ່​ສະຫງວນ​ແຫຼ່ງທຶນ​ບຸລິມະສິດ​, ລາຄາ​ຖືກ ​ເພື່ອ​ຊ່ວຍ ຫວຽດນາມ ພັດທະນາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ບັນດາ​ໂຄງການ​ຈຸດໝາຍສະຫັດ​ສະ​ວັດ​ຢ່າງ​ມີ​ປະສິດທິ​ຜົນ. ສ່ວນ​ທ່ານ ຂາວ​ແລ໋ງສູ ກໍ່ຕີ​ລາຄາ​ສູງ​ບັນດາ​ນະ​ໂຍບາຍ​ປະຕິ​ຮູບ​ເສດຖະກິດ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ປະກອບສ່ວນ​ສ້າງ​ແຫຼ່ງກຳລັງ​ຕື່ມ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດບັນດາ​ໂຄງການ​ຈຸດໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ​, ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ໝາກ​ຜົນ​ແຫ່ງການ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ. ທ່ານ ຂາວ​ແລ໋ງສູ ກໍ່ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ ປ່ຽນ​ແປງ​ຮູບ​ພາບ​ຂອງ UNDP ຈາກ​ນັກ​ອຸປະຖຳ​ກາຍ​ເປັນ​ຄູ່​ຮ່ວມ​ມື​ພັດທະນາ ນຳ​​ເອົາມູນ​ຄ່າ​ເພີ່ມ​ມາ​ໃຫ້​ ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ