ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມພິທີເປີດສະຫຼອງຫຼາຍກິດຈະກຳຈຸດສຸມຢູ່ແຂວງເງະອານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມພິທີເປີດສະຫຼອງຫຼາຍກິດຈະກຳຈຸດສຸມຢູ່ແຂວງເງະອານ - ảnh 1
ພິທີຕັດແຖບຜ້າເປີດສະຫຼອງ
(ພາບ: Tá Chuyên/TTXV)
(vovworld) – ຕອນ​ເຊົ້າ​ວັນ​ທີ 3/9, ​ແຂວງ​ເງະ​ອານ ​ໄດ້​ຈັດ​ຕັ້ງພິທີ​​ເປີດ​ສະຫຼອງ ​ແລະ​ນຳ​​ເຂົ້າ​ເຄື່ອນ​ໄຫວ​ບາງ​ກິດຈະກຳ​ຈຸດ​ສຸມ​ນັ້ນ​ແມ່ນ:​ເສັ້ນທາງ​ເຊື່ອມ​ຕໍ່​ທາງ​ຫຼວງ 1A - ​ເມືອງ​ເຫງັຍດ່ານ - ​ເທດສະບານ ທ໋າຍຮ່ວາ (ທາງ​ຫຼວງ 48) ຍາວ 29 ກມ. ​ເສັ້ນທາງ​ໄດ້​ກໍ່ສ້າງ​ສຳ​ເລັດ​ປະ​ກອບ​ສ່ວນ​ຫລຸດ​​ຜ່ອນໄລຍະ​ຫ່າງ​ລະຫວ່າງ​ບັນດາ​ເຂດ​ພູ​ດອຍ, ​ເຊື່ອມ​ຕໍ່​ການ​ຜະລິດ, ຈຳໜ່າຍ​ຜະລິດ​ຕະພັນ… ​ໂຄງການ​ໂຮງງານ​ປຸງ​ແຕ່ງ​ໄມ້ ​ແລະ ​ໄມ້​ປອກອຸດ​ສາ​ຫະກຳ MDF ຂຶ້ນ​ກັບ​ບໍລິສັດ​ຫຸ້ນ​ສ່ວນ ​ເຄື​່ອງປ່າ​ຂອງ​ດົງ ທ໋າງນຳ ​ໄດ້​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​​ເຂົ້າ​ເຄື່ອນ​ໄຫວ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ​ແຂວງ ​ເງະ​ອານ ​ໄດ້​ສູ້ຊົນ​ປະຕິບັດ​ສຳ​ເລັດ​ບັນດາ​ກິດຈະກຳ​ຈຸດ​ສຸມ​ເພື່ອ​ເປີດ​ສະຫຼອງ ​ແລະ ນຳ​ເຂົ້າ​ເຄື່ອນ​ໄຫວ​ເນື່ອງ​ໃນ​​ໂອກາດ​ນີ້. ບັນດາ​ກິດຈະກຳ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ກະ​ສິກ​ອນ​ເຂດ​ພູ​ດອຍ​​ແຂວງ​ເງະ​ອານ ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ