ຮອງປະທານປະເທດ ດັ້ງທິງອັກທິ້ງ ສົ່ງຈົດໝາຍຍ້ອງຍໍຊົມເຊີຍຜູ້ປະດິດສ້າງຕູ້ “ATM ແຈກເຂົ້າສານ”

(VOVWORLD) -  ວັນທີ 17 ເມສາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ສົ່ງຈົດໝາຍຍ້ອງຍໍ, ຊົມເຊີຍທ່ານ ຮ່ວາງຕ໊ວນແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຫວູຈຸແຊັງ (PHG lock), ນະຄອນ ໂຮ່ຈີມິນ ທີ່ໄດ້ປະດິດສ້າງຕູ້ “ATM ແຈກເຂົ້າສານ”, ໜູນຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. 
ຮອງປະທານປະເທດ ດັ້ງທິງອັກທິ້ງ ສົ່ງຈົດໝາຍຍ້ອງຍໍຊົມເຊີຍຜູ້ປະດິດສ້າງຕູ້ “ATM ແຈກເຂົ້າສານ” - ảnh 1ຕູ້ “ATM ແຈກເຂົ້າສານ” ຢູ່ແຂວງ ກາເມົາ 

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ: ປັດຈຸບັນ ໃນທົ່ວທຸກເຂດພາກຂອງປະເທດຊາດ ໄດ້, ພວມ ແລະ ຍັງຈະມີແນວຄວາມຄິດດີໆຫລາຍຢ່າງ, ມີການກະທຳອັນດີງາມ, ດ້ວຍຫລາຍຮູບການປະດິດສ້າງ, ມີຄວາມໝາຍຂອງຫລາຍຄົນ, ອົງການຈັດຕັ້ງ ແນໃສ່ປຸກລະດົມຖັນແຖວແພດໝໍກໍ່ຄືບັນດານັກຮົບໃນກຳລັງປະກອບອາວຸດ ແລະ ທະຫານລາດທີ່ພວມຊ່ວຍເຫຼືອ, ສະກັດກັ້ນການຕິດແປດຂອງໂລກລະບາດທັງເວັນ ແລະ ຄືນ. ທ່ານນາງຮອງປະທານປະເທດໄດ້ຊົມເຊີຍ ແລະ ຍ້ອງຍໍບັນດາການກະທຳຂອງທ່ານ ຮ່ວາງຕ໊ວນແອັງ ກໍ່ຄືບັນດາການກະທຳທີ່ມີຄວາມເມດຕາປານີຄວາມເສຍສະຫຼະທຸກຢ່າງຂອງປະຊາຊົນໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫລັງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ