ຮອງປະທານປະເທດ ຫວໍທິແອັງຊວນ ພົບປະກັບການນຳ ສະວິດ, ລັດເວຍ

(VOVWORLD) - ທີ່ການພົບປະກັບທ່ານປະທານາທິບໍດີ ສະວິດ Viola Amheard, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ປາດຖະໜາວ່າ ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືພັດທະນາ, ນະວັດຕະກຳ, ສົມທົບກັນປະກອບສ່ວນໃຫ້ບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອການພັດທະນາແບບຍືນຍົງ.
ຮອງປະທານປະເທດ ຫວໍທິແອັງຊວນ ພົບປະກັບການນຳ ສະວິດ, ລັດເວຍ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ແລະ ທ່ານນາຍົກລັດຖະມົນຕີ ລັດເວຍ Evika Silina

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 68 ຂອງຄະນະກຳມະການຖານະບົດບາດຂອງແມ່ຍິງ (CSW) ຂອງສະພາເສດຖະກິດ, ສັງຄົມ ສປຊ (ECOSOC) ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 11 ມີນາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ມີການພົບປະສອງຝ່າຍ ກັບທ່ານນາງປະທານາທິບໍດີ ສະວິດ Viola Amheard, ທ່ານນາງນາຍົກລັດຖະມົນຕີ ລັດເວຍ Evika Silina.

        ທີ່ການພົບປະກັບທ່ານນາງປະທານາທິບໍດີ ສະວິດ Viola Amheard, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ປາດຖະໜາວ່າ ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືພັດທະນາ, ນະວັດຕະກຳ, ສົມທົບກັນປະກອບສ່ວນໃຫ້ບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອການພັດທະນາແບບຍືນຍົງ. ທ່ານນາງປະທານາທິບໍດີ ສະວິດ Viola Amheard ຢັ້ງຢືນວ່າ: ຍາມໃດ ສະວິດ ກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ພ້ອມທັງຖືວ່າ ສອງປະເທດຍັງມີຫຼາຍຄວາມສາມາດບົ່ມຊ້ອນໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ; ເປັນເອກະພາບສົມທົບກັນປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ສປຊ ແລະ ປະຊາຄົມສາກົນໃນຂົງເຂດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດໃຫ້ແມ່ຍິງ, ພິເສດແມ່ນຊຸກຍູ້ບົດບາດຂອງແມ່ຍິງໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ.

        ເມື່ອພົບປະກັບ ທ່ານນາງນາຍົກລັດຖະມົນຕີ ລັດເວຍ Evika Silina, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ, ຮ່ວມມືຫຼາຍດ້ານກັບ ລັດເວຍ; ສະເໜີ ລັດເວຍ ປະກອບຄຳເຫັນນຳຄະນະກຳມະການເອີລົບ (EC) ກ່ຽວກັບການຍົກເລິກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສົມທົບກັບ ຫວຽດນາມ ແລະ ປະຊາຄົມສາກົນ ຊຸກຍູ້ການແກ້ໄຂບັນດາການປະທະກັນ, ການຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ