ຮອງປະທານປະເທດ ຫວໍທິແອັງຊວນ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປຊ ແລະ ອາເມລິກາ

(VOVWORLD) - ໃນຂອບເຂດການໄປປະຕິບັດງານ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວນັກເຄື່ອນໄຫວຝ່າຍຊ້າຍ, ເພື່ອນມິດສະໜິດສະໜົມຂອງ ຫວຽດນາມ ທ່ານນາງ Merle Ratner ຫາກໍ່ເສຍຊີວິດຍ້ອນອຸບັດຕິເຫດໃນຕົ້ນເດືອນ ກຸມພາ ຜ່ານມາ…
ຮອງປະທານປະເທດ ຫວໍທິແອັງຊວນ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປຊ ແລະ ອາເມລິກາ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ແລະ ສາດສະດາຈານ ໂງແທັງຍ່ານ
(ພາບ: Dương Giang/TTXVN)

ວັນທີ 10 ມີນາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເລີ່ມດຳເນີນການໄປປະຕິບັດງານ, ເຂົ້າຮ່ວມກອງປະຊຸມຄັ້ງທີ 68 ຂອງຄະນະກຳມະການຖານະບົດບາດແມ່ຍິງ (CSW) ຂຶ້ນກັບສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.

        ໃນຂອບເຂດການໄປປະຕິບັດງານ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວນັກເຄື່ອນໄຫວຝ່າຍຊ້າຍ, ເພື່ອນມິດສະໜິດສະໜົມຂອງ ຫວຽດນາມ ທ່ານນາງ Merle Ratner ຫາກໍ່ເສຍຊີວິດຍ້ອນອຸບັດຕິເຫດໃນຕົ້ນເດືອນ ກຸມພາ ຜ່ານມາ… ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ປາດຖະໜາວ່າ ສາດສະດາຈານ ໂງແທັງຍ່ານ, ຜົວຂອງທ່ານນາງ Merle Ratner ຈະສືບຕໍ່ບັນດາວຽກງານທີ່ບໍ່ທັນແລ້ວຂອງທ່ານນາງ Merle Ratner, ຜ່ານນັ້ນ ປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ນັບມື້ນັບດີງາມກ່ວາ.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ຢ້ຽມຢາມ ແລະ ວາງພວງມາລາ ຢູ່ອະນຸສາວາລີ 11 ກັນຍາ, ອາໄລຫາບັນດາຜູ້ເສຍຊີວິດໃນເຫດກໍ່ການຮ້າຍຢູ່ ອາເມລິກາ ໃນປີ 2001.

ຕອບກັບ

ຂ່າວ/ບົດ​ອື່ນ