ຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງອານຢາງ

(VOVWORLD) -ຕອນເຊົ້າວັນທີ 02 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງອານຢາງ.

ຮອງປະທານປະເທດດັ້ງທິງອັກທິ້ງພົບປະກັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງອານຢາງ - ảnh 1ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ພົບປະກັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງອານຢາງ

(ພາບ: TTXVN)

ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຕີລາຄາວ່າ, ໃນໄລຍະຜ່ານມາ, ແຂວງອານຢາງ ໄດ້ປະຕິບັດວຽກງານຕອບບຸນແທນຄຸນເປັນຢ່າງດີ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ແຂວງອານຢາງ ສືບຕໍ່ລະດົມທົ່ວສັງຄົມ, ປະກອບສ່ວນແຫຼ່ງການເງິນໃຫ້ຫຼາຍກວ່າ, ເຂົ້າຮ່ວມການໜູນຊ່ວຍຜູ້ມີຄຸນງາມຄວາມດີຍົກສູງການດຳລົງຊີວິດ, ທັງດ້ານວັດຖຸ ແລະ ຈິດໃຈໃຫ້ຫຼາຍກວ່າອີກ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງອານຢາງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ເຂົ້າຮ່ວມການໂຄສະນາໃຫ້ແກ່ປະຊາຊົນໃນບໍລິເວນແຂວງປະຕິບັດບັນດານະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ, ສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບສີວິໄລ, ສວຍງາມ ແລະ ຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ