ຮອງປະທານປະເທດດັ້ງທິຫງອກທິ້ງຕ້ອນຮັບຄະນະຜູ້ແທນນັກຮຽນ,ນັກສຶກສາຊົນເຜົ່າສ່ວນໜ້ອຍ

ຮອງປະທານປະເທດດັ້ງທິຫງອກທິ້ງຕ້ອນຮັບຄະນະຜູ້ແທນນັກຮຽນ,ນັກສຶກສາຊົນເຜົ່າສ່ວນໜ້ອຍ - ảnh 1
(ທ່ານຮອງປະທານປະເທດດັ້ງທິຫງອກທິ້ງ
ຕ້ອນຮັບຄະນະຜູ້ແທນນັກຮຽນ,ນັກສຶກສາຊົນເຜົ່າສ່ວນໜ້ອຍ)


(vovworld) - ຕອນ​ເຊົ້າ​ວັນ​ທີ 27/10, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ເຊິ່ງ​ແມ່ນ​ນັກ​ຮຽນ​, ນັກ​ສຶກ​ສາ, ນັກ​ກິ​ລາ​ດີ​ເດັ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 154 ຄົນ ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນ​ຢັນ​ວ່າ, ບັນ​ດານັກ​ຮຽນ​, ນັກ​ສຶກ​ສາ, ນັກ​ກິ​ລາ​ດີ​ເດັ່ນ​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ສູ້​ຊົນ​ໃນ​ການ​ຮ່ຳ​ຮຽນ ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງບໍ່​ຮູ້​ອິດ​ຮູ້​ເມື່ອຍ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ບື່ນ​ຕົວ​ຂຶ້​ນ​ໃນ​ຊີ​ວິດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ດີ​ເດັ່ນ​ໃນ​ມື້ນີ້ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ກາຍ​ເປັນ​ບັນ​ດາ​ຜູ້​ມີ​ຄວາມ​ເຄັ່ງ​ກ້າ​ສາ​ມາດ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ, ແມ່ນ​ບັນ​ດາ​ນັກ​ໂຄ​ສະ​ນາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ຕໍ່​ປະ​ຊ​າ​ຄົມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ່​ເຊື່ອ​ໝັ້ນ​ວ່າ, ພວກ​ນ້ອງ​ຈະ​ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ, ສາ​ມັກ​ຄີ, ຮັ​ກ​ແພງ​ກັນ, ຊ່ວຍ​ເຫຼືອ​ກັນ​ພ້ອມ​ກັນ​ກ້າວ​ຂຶ້​ນ​ໃນ​ປະ​ຊາ​ຄົມ, ​ໝ​ູ່​ບ້ານ, ເພື່ອ​ກາຍ​ເປັນ​ເຈົ້າ​ຂອງ​ໃນ​ອະ​ນາ​ຄົດ​ຂອງ​​ປະ​ເທດຊ​າດ.

ຂ່າວ/ບົດ​ອື່ນ