ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຊາວກະສິກອນຫວຽດນາມດີເດັ່ນ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຊາວກະສິກອນຫວຽດນາມດີເດັ່ນ - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ຕ້ອນຮັບຄະນະ​ຜູ້​ແທນ​ຊາວ​ກະສິກອນ​ຫວຽດນາມ​ດີ​ເດັ່ນ
(ພາບ: danviet)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບຄະນະ​ຜູ້​ແທນ​ຊາວ​ກະສິກອນ​ຫວຽດນາມ​ດີ​ເດັ່ນ ​ໃນຕອນ​ເຊົ້າ​ວັນ​ທີ 13/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງ​ຍໍ​ຊາວ​ກະສິກ​ອນຫວຽດນາມ ທີ່ດີ​ເດັ່ນ 63 ຄົນ ​ແລະ ​ໃຫ້​ຂໍ້​ສັງ​​ເກດ​ວ່າ: ພັກ ​ແລະ ລັດ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຊົນ​ຊັ້ນຊາວນາ ​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ, ພັດທະນາ​ປະ​ເທດ​ຊາດ. ຈາກ​ປະ​ເທດ​ນຳ​ເຂົ້າ ​ເຂົ້າສານ, ປະ​ຈຸ​ບັນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະທານ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ໜຶ່ງ​ໃນ​ໂລກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ຖື​ວ່າ, ​ໃນ​​ໄລ​ຍະ​ຈະມາ​ເຖິງ, ຫວຽດນາມ ຈະ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງເມື່ອ​ເຂົ້າ​ຮ່ວມ​ເສດຖະກິດ​ໂລກ, ບັນດາ​ຊາວ​ກະສິກອນດີ​ເດັ່ນ​ເວົ້າ​ສະ​ເພາະ ​ກໍ​ຄື​ຊາວ​ກະສິກອນ​ຫວຽດນາມ ​ເວົ້າ​ລວມ​ ຕ້ອງ​ບືນ​ຕົວ​ຂຶ້ນ, ລົງທຶນ​ຢ່າງ​ຖືກ​ທິດ ​ແລະ ມີ​ປະສິດທິ​ຜົນ​ເພື່ອ​ພັດທະນາ.

ຂ່າວ/ບົດ​ອື່ນ