ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດCICA

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດCICA - ảnh 1
ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດCICA
(ພາບ: TTXVN)

(vovworld) – ກອງ​ປະຊຸມສຸດ​ຍອດ​ຄັ້ງ​ທີ 4​ ກ່ຽວ​ກັບ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ ​ແລະ ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ອາຊີ (CICA) ​ໄດ້​ຈັ​ດຕັ້ງ​ໃນ​ວັນ​ທີ 21/5, ຢູ່ ຊຽງ​ໄຮ, ປະ​ເທດ ຈີນ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຮຽກຮ້ອງ​ບັນດາ​ປະ​ເທດ ອາຊີ ພ້ອມ​ກັນ​ຊຸກຍູ້​ການ​​​ໂອ້​ລົມ​ສົນທະນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ປະຕິບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ລວມຂອງ​ປະຊາຊົນ ອາຊີ ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢັ້ງຢືນ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຈຶ່ງມີ​ສັນຕິພາບ, ສະຖຽນ​ລະ​ພາບ, ມີ​ສັນຕິພາບ, ສະຖຽນ​ລະ​ພາບ ຍາວ​ນານ​ຈຶ່ງ​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ, ພ້ອມ​ທັງ, ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ຕ້ອງ​ໄດ້​ຮັບ​ການ​ສ້າງສາ​ຜ່ານ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ເຄື່ອນ​ໄຫວ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ບັນດາ​ປະ​ເທດ, ​ເໝາະ​ສົມ​ກັບ​ບັນດາ​ມາດຖານ​ລວມ, ນັ້ນ​ແມ່ນ​ປະຕິບັດ​ຕາມ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ​ເນັ້ນໜັກ​ວ່າ: ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ CICA ຊີ້​ແຈ້ງ: ​ສອດຄ່ອງ​ກັບ​ກົດ​ບັດ ສປຊ ​ແລະ ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ບັນດາ​ປະ​ເທດ​ຢືນຢັນ​ເຄົາລົບ​ນັບຖື​ອະທິປະ​ໄຕ, ​ເສລີພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ລະງັບ​ໃຈ​ບໍ່​ນາບ​ຂູ່ ​ຫຼື ນຳ​ໃຊ້​ອາວຸດ​ໃນ​ການ​ພົວພັນ​ສາກົນ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​​ໂດຍ​ສັນຕິ​ວິທີ. ບົນ​ພື້ນຖານ​ນັ້ນ, ຫວຽດນາມ ປາດ​ຖະໜາ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ການ​ຂັດ​ແຍ້​ງກັນ​ໃນ​ປະຈຸ​ບັນ​ຢູ່​ພາກ​ພື້ນ​ແກ້​ໄຂ​ຕາມ​ຈິດ​ໃຈ​ດັ່ງກ່າວ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ເຈດ​ຕະນາດີຂອງ ຫວຽດນາມ ຊຸກຍູ້​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງ​ດ້ວຍ​ມາດ​ຕະການ​ສັນຕິພາບ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

    ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະ​ເທດ​ປະ​ເທດ ​ຫງວຽນ​ທິຢວານ ​ແບ່ງ​ປັນ​ຄວາມ​ເສົ້າ​ສະ​ລົດ​ໃຈກັບຫົວໜ້າຄະນະ​ຜູ້​ແທນ ລາວ ກ່ຽວ​ກັບ​ຄວາມ​ເສຍ​ຫາຍອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ​ເພື່ອນ​ມິດ​ຍ້ອນ​ອຸປະບັດຕິ​ເຫດ​​ເຮືອບິນ​ຕົກ​​ໃນ​ເວລາຜ່ານ​ມາ. ​ໃນ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈ​ຍ Hunsen, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະ​ວີ​ຄວາມ​ສາມັກຄີ, ນຳ​ການ​ພົວພັນ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລ​ະ ​ແທດ​ຈິງ.



ຂ່າວ/ບົດ​ອື່ນ