ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

(VOVWORLD) -ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ສົມພັນ ແພງຄຳມີ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມຕ້ອນຮັບຮອງປະທານສະພາແຫ່ງຊາດລາວ - ảnh 1(ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງ

ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ສົມພັນ ແພງຄຳມີ)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍ ກໍຄືປະຕິບັດບັນດາພາລະບົດບາດຕິດຕາມກວດກາ ແລະ ຕົກລົງບັນດາບັນຫາໃຫຍ່ຂອງແຕ່ລະປະເທດ…

      ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການຢ້ຽມຢາມ, ເຮັດວຽກຂອງຄະນະ ກັບ ຄະນະສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນນະຄອນຫາຍຟ່ອງ. ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນດີງາມ, ປະສິດທິຜົນຂອງການພົວພັນສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃນທຸກຂົງເຂດ, ທ່ານຮອງປະທານສະພາແຫ່ງຊາດລາວ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງສະພາແຫ່ງຊາດ 2 ປະເທດລາວ - ຫວຽດນາມ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ