ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ຢ້ຽມຢາມແຂວງດົ່ງນາຍ


ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ຢ້ຽມຢາມແຂວງດົ່ງນາຍ - ảnh 1

(ພາບ: baodongnai.com.vn)

 (vovworld)- ວັນ​ທີ 24/2, ທ່ານ​ນາງຮ​ອງປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ​​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດົ່ງນາຍ ກ່ຽວ​ກັບ​ສະພາບ​ການ​ພັດ ທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາງຮ​ອງປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​ເງິນ​​ ​ໄດ້​ຕີ​ລາຄາ​ສູງ​​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ. ປີ 2013, ດົ່ງ​ນາຍ ​ແມ່ນ 1 ​ໃນ​ຈຳ​ນວນ 5 ທ້ອງ​ຖິ່ນ​ປະກອບ​ເຂົ້າງົບປະມານ​ສູນ​ກາງ​ຫຼາຍ​ກ່ວາ​ໝູ່. ​ ທ່ານ​ນາງຮ​ອງປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກິມ​​ເງິນ ​ໃສ່​ໃຈ​ວ່າ, ປີ 2014, ສະພາບ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ສະນັ້ນ, ທ້ອງ​ຖິ່ນ​ຍັງ​ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​ບັນລຸ​ໄດ້​ບັນດາ​​ແຜນກາ​ນ, ມະຕິ​ທີ່​ໄດ້​ວາງ​ອອກ. ທາງ​ແຂວງ​ຕ້ອງ​ກວດກາ​ຄືນ​ບັນຫາ​ວາງ​​ແຜ​ນພັດທະນາ​​ເສດຖະກິດ​ສັງຄົມ, ​ເຮັດ​ແນວ​ໃດ​ເພື່ອ​ຍູ້​ແຮງ​ການພັດທະນາ​ຂົ​ງ​ເຂດ​ການ​ບໍລິການ​ໃນ​ບໍລິເວນ./.

ຂ່າວ/ບົດ​ອື່ນ