ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ

(VOVWORLD) - ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Takeshi Kasai, ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນປາຊີຟິກຕາເວັນຕົກ ໃນຕອນບ່າຍວັນທີ 26 ເມສາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ.
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກພາກພື້ນປາຊີຟິກຕາເວັນຕົກ - ảnh 1ທ່ານນາງ ຕ່ອງທິຟ໊ອງ ຕ້ອນຮັບທ່ານ Takeshi Kasai (ພາບ: quochoi.vn)

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໃຫ້ຮູ້ວ່າ: ບັນດານະໂຍບາຍ, ກົດໝາຍວ່າດ້ວຍສາທາລະນະສຸກ, ປະຊາກອນຍາມໃດກໍໄດ້ຮັບຖືວ່າ: ແມ່ນຈຸດສຸມຈາກພັກ, ລັດ ເພື່ອປະຕິບັດເປົ້າໝາຍຖືປະຊາຊົນເປັນໃຈກາງໃນການຊຸກຍູ້ການພັດທະນາຮອບດ້ານ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ ຫວຽດນາມ ຄາດວ່າຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການກິນເຫຼົ້າ, ເບຍ; ປັບປຸງບັນດາກົດໝາຍວ່າດ້ວຍການກວດພະຍາດ, ປິ່ນປົວພະຍາດ, ກົດໝາຍວ່າດ້ວຍປ້ອງກັນ, ຕ້ານ HIV/AIDS…ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ສະເໜີວ່າ WHO ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍ, ປະຕິບັດບັນດາໂຄງການກ່ຽວກັບການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ໃນນັ້ນ ເອົາໃຈໃສ່ເຖິງເຂດພູດອຍ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ເພື່ອຮັດແຄບຊ່ອງຫວ່າງການສຳພັດກັບການບໍລິການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນລະຫວ່າງບັນດາເຂດ, ພາກໃນທົ່ວປະເທດ.

        ສ່ວນທ່ານ Takeshi Kasai ກໍ່ປາດຖະໜາຢາກສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ; ສະໜອງຂໍ້ມູນຂ່າວກ່ຽວກັບສຸຂະພາບໃນໂລກ ແລະ ບັນດາມາດຕະການຮັບມືກັບບັນດາບັນຫາການແພດສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ