ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຕ້ອນຮັບຄະນະຜູ້ແທນສະພາຕ່ຳ ການາດາ

(VOVWORLD) - ຕອນບ່າຍວັນທີ 01 ທັນວາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ,
ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຕ້ອນຮັບຄະນະຜູ້ແທນສະພາຕ່ຳ ການາດາ - ảnh 1 ທີ່ການຕ້ອນຮັບ

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາຕ່ຳ ການາດາ ໂດຍທ່ານປະທານກຳມາທິການຕ່າງປະເທດ ແລະ ພັດທະນາສາກົນສະພາຕ່ຳ ການາດາ Robert Daniel Nault ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຕີລາຄາສູງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ ແລະ ການາດາ ໃນໄລຍະຜ່ານມາ ໄດ້ມີການພັດທະນາຢ່າງຕັ້ງໜ້າ ທັງ 2 ຝ່າຍ, ພາກພື້ນ ແລະ ສາກົນ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຕີລາຄາສູງເລື່ອງນາຍົກລັດຖະມົນຕີ 2 ປະເທດອອກຖະແຫຼງການຮ່ວມກ່ຽວກັບການພົວພັນ “ຄູ່ຮ່ວມມືຮອບດ້ານ”, ແມ່ນບາດກ້າວສຳຄັນ ເພື່ອຊຸກຍູ້ການພົວພັນ 2 ປະເທດຕາມທິດແທດຈິງ ແລະ ມີປະສິດທິຜົນ, ສະຖຽນລະພາບຍາວນານ, ຕອບສະໜອງຜົນປະໂຫຍດຂອງ 2 ປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ການາດາ ຈະເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນແບ່ງປັນບົດຮຽນໃນວຽກງານນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ