ຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ດຳເນີນຫຼາຍການເຄື່ອນໄຫວ 2 ຝ່າຍສຳຄັນຢູ່ APPF 31

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ເຂົ້າຢ້ຽມຂ່ຳນັບປະທານສະພາສູງ ຟີລິບປິນ, ມີການພົບປະ 2 ຝ່າຍກັບຄະນະຜູ້ແທນບັນດາປະເທດ.
ຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ດຳເນີນຫຼາຍການເຄື່ອນໄຫວ 2 ຝ່າຍສຳຄັນຢູ່ APPF 31 - ảnh 1(ພາບປະກອບ)

        ໃນຂອບເຂດເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF 31) ຢູ່ ມານີລາ, ປະເທດ ຟີລິບປິນ, ວັນທີ 24 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ເຂົ້າຢ້ຽມຂ່ຳນັບປະທານສະພາສູງ ຟີລິບປິນ, ມີການພົບປະ 2 ຝ່າຍກັບຄະນະຜູ້ແທນບັນດາປະເທດ.

        ເມື່ອເຂົ້າຢ້ຽມຂ່ຳນັບທ່ານປະທານສະພາສູງ ຟີລິບປິນ Juan Miguel Fzubiri, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກວ່າ, ຮ່າໂນ້ຍ ແລະ ມານີລາ ໄດ້ແບ່ງປັນຫຼາຍຄຸນຄ່າ ແລະ ຜົນປະໂຫຍດຍຸດທະສາດ; ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ທ່ານ ຫງວຽນດຶກຫາຍ ໄດ້ແບ່ງປັນຄວາມວິຕົກກັງວົນຂອງຝ່າຍ ຟີລິບປິນ ສຳລັບບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ ແລະ ໃນໂລກຫວ່າງມໍ່ໆມານີ້; ທ່ານຢືນຢັນວ່າ, ເລື່ອງຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ແມ່ນມີຄວາມຈຳເປັນສຳລັບບັນດາປະເທດຢູ່ພາກພື້ນ.

        ທີ່ການພົບປະກັບທ່ານ Cheam Yea, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ກຳປູເຈຍ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກຳປູເຈຍ ຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງຂອງແຕ່ລະປະເທດບົນເວທີສາກົນ.

        ທີ່ການພົບປະກັບທ່ານສະມາຊິກລັດຖະສະພາ Hiraguchi Hiroshi ແລະ ຄະນະສະມາຊິກລັດຖະສະພາ ຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ປາດຖະໜາວ່າ, ຍີ່ປຸ່ນ ຈະໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ; ທ່ານສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງ ຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ; ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຂອງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ