ຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຢ້ຽມຢາມຫ້ອງຮຽນພາສາ ຫວຽດ ສະຫງວນໃຫ້ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດລາວ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຂໍ້ລິເລີ່ມເປີດຫ້ອງຮຽນພາສາ ຫວຽດ ຂອງຫ້ອງວ່າການສະພາແຫ່ງຊາດ ລາວ ແລະ ຖືນີ້ແມ່ນໜຶ່ງໃນບັນດາໂຄງການຮ່ວມມືທີ່ຈຳເປັນລະຫວ່າງສະພາແຫ່ງຊາດ 2 ປະເທດ.
ຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຢ້ຽມຢາມຫ້ອງຮຽນພາສາ ຫວຽດ ສະຫງວນໃຫ້ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດລາວ - ảnh 1 (ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຫ້ອງຮຽນພາສາ ຫວຽດ)

ໃນຂອບເຂດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຕອນບ່າຍວັນທີ 16 ພຶດສະພາ, ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ລາວ ໄດ້ໄປຢ້ຽມຢາມຄູອາຈານ, ນັກຮຽນຫ້ອງຮຽນພາສາ ຫວຽດ ທີ່ສະຫງວນໃຫ້ພະນັກງານ, ພາລະກອນຫ້ອງວ່າການສະພາແຫ່ງຊາດ ລາວ. ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຂໍ້ລິເລີ່ມເປີດຫ້ອງຮຽນພາສາ ຫວຽດ ຂອງຫ້ອງວ່າການສະພາແຫ່ງຊາດ ລາວ ແລະ ຖືນີ້ແມ່ນໜຶ່ງໃນບັນດາໂຄງການຮ່ວມມືທີ່ຈຳເປັນລະຫວ່າງສະພາແຫ່ງຊາດ 2 ປະເທດ. ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ພິຈາລະນາ, ຄົ້ນຄວ້າເປີດຫ້ອງຮຽນພາສາ ລາວ ໃຫ້ພະນັກງານ, ພາລະກອນສະພາແຫ່ງຊາດ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ