ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມອບນ້ຳນົມໃຫ້ເດັກແຂວງເບັນແຈເປັນຂອງຂວັນ

ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມອບນ້ຳນົມໃຫ້ເດັກແຂວງເບັນແຈເປັນຂອງຂວັນ    - ảnh 1
ຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມ
(ພາບ: http://baotintuc.vn/)

(vovworld)- ຕອນເຊົ້າວັນທີ 27/4, ຢູ່ເມືອງ ບາຈີ ແຂວງ ເບັນແຈ, ກອງທຶນນ້ຳນົມ “ ຫວຽດນາມ ບືນຕົວຂຶ້ນ” ສັງກັດກອງທຶນຊ່ວຍເຫຼືອເດັກ ຫວຽດນາມ-ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ສັງຄົມ ​ໄດ້​ຈັດ​ພິທີ​ມອບ​ນ້ຳນົ​ມ​ໃຫ້​ແກ່​ເດັກ​ໃນ​ແຂວງ​ເບັນ​ແຈ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຝ້າ​ມທິຫາຍ​ຈວຽນ ລັດຖະມົນຕີກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ສັງຄົມຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ : ​ໃນ​ສະພາບ​ປະ​ເທດ​ຊາດ​ປະຈຸ​ບັນ, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​​ໄກ​ສອກຫຼີກ ຍັງ​ມີ​ເດ​ັກປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່່າງ, ​ໂຄງການ​ເຄື່ອນ​ໄຫວ​ຂອງ ກອງທຶນນ້ຳນົມ “ ຫວຽດນາມບືນຕົວຂຶ້ນ” ​ໄດ້​ປະກອບສ່ວນ​ຊ່ວຍ​ເດັກ​ນັບ​ແສນ​ຄົນ​ມີ​ເງື່ອນ​ໄຂ​ພັດທະນາ​ຮອບດ້ານ. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ໄດ້​ມອບ​ນ້ຳນົມ​ເກືອບ 77.000 ປອງ​ໃຫ້​ແກ່​ເດັກ​ສັງກັດ​ໂຮງຮຽນ​ປະຖົມ​ຕາ​ແສງ ອານ​ດຶກ ​ແລະ ບາງ​ທ້ອງ​ຖິ່ນ​ອື່ນ​​ໃນ​ແຂວງ​ເບັນ​ແຈເປັນ​ຂອງຂວັນ, ມອບ 100 ທຶນ​ສຶກສາ​​ແຕ່ລະ​ທຶນ​ມີ​ມູນ​ຄ່າ 1 ລ້ານ​ດົງໃຫ້​ແກ່​ນັກຮຽນ​ທຸກ​ຍາກ ​ແຕ່​ບືນ​ຕົວ​ຂຶ້ນ​ຮ່ຳຮຽນ......

ຂ່າວ/ບົດ​ອື່ນ