ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ

(VOVWORLD) - ຕອນເຊົ້າວັນທີ 18 ສິງຫາ. ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ໄດ້ຕ້ອນຮັບ ທ່ານນາງສະມາຊິກສະພາສູງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ ທີ່ພວມມີການເຮັດວຽກຢູ່ ຫວຽດນາມ.
ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ - ảnh 1ທ່ານນາງສະມາຊິກສະພາສູງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ  ແລະ ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ 

ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ເຊື່ອໝັ້ນວ່າ ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືດ້ານກະສິກຳ, ສາທາລະນະສຸກ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງສອງປະເທດຈະນັບມື້ນັບພັດທະນາຍິ່ງໆຂຶ້ນ, ອວຍພອນໃຫ້ ທ່ານນາງ Gabriela Cuevas Barron ໄດ້ສະໝັກເລືອກຕັ້ງເປັນປະທານສະຫະພັນລັດຖະສະພາສາກົນ IPU ອາຍຸການ 2017 – 2020, ທ່ານນາງ ຕ່ອງທິຟອງ ເຊື່ອໝັ້ນວ່າດ້ວຍ ບົດຮຽນ, ຄວາມສາມາດ ແລະ ການອຸທິດສ່ວນຂອງຕົນ, ທ່ານນາງ Gabriela Cuevas Barron ຈະປະສົບຜົນສຳເລັດດ້ວຍໜ້າທີ່ເຊິ່ງສະພາແຫ່ງຊາດ ແມັກຊີໂກ ມອບໃຫ້, ບັນລຸໄດ້ອັດຕາສ່ວນສະໜັບສະໜູນສູງຂອງບັນດາລັດຖະສະພາສະມາຊິກ IPU, ຕອບສະໜອງການລໍຄອຍ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ.

        ສ່ວນ, ທ່ານນາງຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ Gabriela Cuevas Barron ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ - ແມັກຊີໂກ ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Gabriela Cuevas Barron, ຫົວໜ້າຄະນະກຳມາທິການຕ່າງປະເທດສະພາສູງ ແມັກຊີໂກ. 

ຕອບກັບ

ຂ່າວ/ບົດ​ອື່ນ