ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະ ຜູ້ແທນເຜົ່າສ່ວນໜ້ອຍແຂວງ Thanh Hoa

ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະ ຜູ້ແທນເຜົ່າສ່ວນໜ້ອຍແຂວງ Thanh Hoa - ảnh 1
ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ​​ແຂວງ Thanh Hoa
(ພາບປະກອບ)


(vovworld) -     ວັນ​ທີ 9/11, ທີ່​ການ​ຕ້ອນ​ຮັບຄະນະ​ຜູ້​ແທນ​ທີ່​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນໃນ​ການ “ຜະລິດ​ເກັ່ງ, ປະຕິບັດວຽກ​ງານ​ສັງຄົມ​ໄດ້​ດີ” ​ໃນ​ໝູ່​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ​​ແຂວງ Thanh Hoa, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ຮັບ​ຮູ້ບັນດາ​ຜົນງານ​ຂອງ​ແຂວງ Thanh Hoa ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ເນັ້ນ​ໜັກ​ວ່າ ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໄດ້ຮັບ​ການ​ປັບປຸງ​ ​ແລະ ຍົກ​ສູງ​ຂຶ້ນຢ່າງ​ບໍ່ຢຸດ​ຢັ້ງ ​ແມ່ນ​ຍ້ອນ​ມີ​ການ​ປະກອບ​ສ່ວນ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ຊາວ​ເຜົ່າ​ສ່ວນ​ໜ້ວຍ​ໃນ​ຂະ​ບວນການ​ຜະລິດ​ເກັ່ງ, ປະຕິບັດວຽກ​ງານ​ສັງຄົມ​ໄດ້​ດີ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ບັນດາ​​ແບບຢ່າງ​ທີ່​ດີ​ເດັ່ນໄດ້​ປ່ຽນ​ໃໝ່​ແນວ​ຄິດ, ວິທີ​ເຮັດວຽກ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ຈັດ​ຕັ້ງ​ການ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Uong Chu Luu ສະ​ແດງ​ຄວາມ​ຫວັງ​ວ່າ, ບັນດາ​ຜູ້​ແທນ​ເຜົ່າ​ສ່ວນ​ໜ້ວຍ​ແຂວງ Thanh Hoa ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ​​ເປັນ​ແບບຢ່າງ ​ແລະ ຊ່ວຍ​ເຫຼືອ​ພໍ​ແມ່ປະຊາຊົນ​ໃນ​ບ້ານ ພັດທະນາ​ການ​ຜະລິດ, ບືນ​ຕົວ​ຂຶ້ນ​ຫຼຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ.

ຂ່າວ/ບົດ​ອື່ນ