ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລີວ ໃຫ້ການຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ.

(VOVWORLD) -ວັນທີ 22 ກຸມພາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລີວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສານສູງສຸດ ໄທ ໂດຍທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເປັນຫົວໜ້າຄະນະ, ໃນໂອກາດຄະນະມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລີວ ໃຫ້ການຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ. - ảnh 1ທີ່ການຕ້ອນຮັບ (ພາບ: Quochoi.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງບົດບາດ ແລະ ການເຄື່ອນໄຫວຂອງບັນດາອົງການຕຸລາການ. ໃນໄລຍະທີ່ຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບໃນຂົງເຂດຕຸລາການຄື: ກົດໝາຍປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ(ສະບັບປັບປຸງ), ກົດໝາຍວ່າດ້ວຍການອະໄພຍາໂທດ… ຫວັງ ວ່າສານສູງສຸດຂອງທັງສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານຕຸລາການ…

ສ່ວນທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທີ່ສອງທີ່ທ່ານໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເຫັນໄດ້ວ່າ ຫວຽດນາມ ມີການພັດທະນາໃນຫຼາຍດ້ານ. ພ້ອມທັງເນັ້ນໜັກວ່າການເດີນທາງຢ້ຽມຢາມ ຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງອົງການຕຸລະການຂອງສອງປະເທດໃຫ້ດີກ່າວອີກ,ຫັນ ບັນດາເນື້ອໃນທີ່ໄດ້ຮັບການເຫັນດີເປັນເອກະພາບໃນບົດບັນທຶກຊ່ວຍຈຳເພື່ອຄວາມຮ່ວມມືລະຫວ່າງສານສູງສຸດຂອງທັງສອງປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເຊື່ອໝັ້ນວ່າ ການພົວພັນຮວມມືລະຫວ່າງສານຂອງທັງສອງປະເທດຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ພິເສດໃນຂົງເຂດບຳລຸງສ້າງພະນັກງານຕຸລາການ.

ຕອບກັບ

ຂ່າວ/ບົດ​ອື່ນ