ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກູບາ

(VOVWORLD) - ຕອນບ່າຍວັນທີ 06 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ກູບາ
ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກູບາ - ảnh 1 (ທີ່ການຕ້ອນຮັບ)

ໂດຍທ່ານ Ulises Guilarte Nacimiento ກຳມະການກົມການເມືອງພັກກອມມູນິດ ກູບາ, ກຳມະການສະພາແຫ່ງລັດ ສ.ກູບາ, ສະມາຊິກສະພາແຫ່ງຊາດຂອງອຳນາດການປົກຄອງປະຊາຊົນ ກູບາ ທີ່ພວມມີການຢ້ຽມຢາມຢູ່ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເນັ້ນໜັກວ່າ: ຫວຽດນາມ ແລະ ກູບາ ແມ່ນ 2 ປະເທດມີນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ມີຫລາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ. ພິເສດ ແມ່ນການພົວພັນດ້ານການເມືອງລະຫວ່າງ 2 ປະເທດ ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງເປັນປະຈຳ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ກູບາ ສືບຕໍ່ແບ່ງປັນບັນດາບົດຮຽນໃນຂົງເຂດນີ້ ເພືີ່ອແລກປ່ຽນ, ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດ.

        ສ່ວນທ່ານ Ulises Guilarte Nacimiento ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ມີການແລກປ່ຽນ, ຮ່ວມມື, ແລກປ່ຽນບົດຮຽນນິຕິບັນຍັດ ແລະ ຕິດຕາມກວດກາ. ທ່ານ Ulises Guilarte Nacimiento ຢືນຢັນວ່າ ໃນຖານະຕຳແໜ່ງຂອງຕົນ, ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ