ຮອງປະທານສະພາແຫ່ງຊາດ ອວງຈູລືວ ພົບປະກັບຄະນະອະດີດຄູສອນຊາວ ຫວຽດນາມ ຢູ່ ໄທ

(VOVWORLD) - ທີ່ການພົບປະກັບຄະນະອະດີດຄູສອນຊາວ ຫວຽດນາມ ຢູ່ ໄທ ເຊິ່ງໄດ້ຈັດຕັ້ງໃນວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຢືນຢັນວ່າ: ພັກ ແລະ ລັດ ຍາມໃດກໍ່ເຄົາລົບນັບຖືບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງພໍ່ແມ່ພີນ້ອງຊາວ ຫວຽດນາມ ຢູ່ ໄທ ໃນການອະນຸລັກຮັກສາວັດທະນະທຳ, ຮັກສາພາສາຂອງຊາດຕົນຢູ່ຕ່າງປະເທດ. 
ຮອງປະທານສະພາແຫ່ງຊາດ ອວງຈູລືວ ພົບປະກັບຄະນະອະດີດຄູສອນຊາວ ຫວຽດນາມ ຢູ່ ໄທ - ảnh 1 ຄະນະອະດີດຄູສອນຊາວ ຫວຽດນາມ ຢູ່ ໄທ ເຄື່ອນໄຫວຢູ່ ຫວຽດນາມ

ຜ່ານບັນດາການເຄື່ອນໄຫວສິດສອນຂອງພໍ່ແມ່ປະຊາຊົນ ໄດ້ປະກອບສ່ວນແທດຈິງໃຫ້ແກ່ການນ້ຳໃຈມິດຕະພາບ, ການພົວພັນທີ່ເປັນມູນເຊື້ອອັນດີງາມ, ແມ່ນຂົວເຊື່ອມຕໍ່ມິດຕະພາບວັດທະນະທຳລະຫວ່າງ 2 ປະເທດ ຫວຽດນາມ - ໄທ. ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ: ພໍ່ແມ່ປະຊາຊົນສືບຕໍ່ສຶກສາໃຫ້ລຸ້ນລູກລຸ້ນຫຼານຮັກສາສີສັນວັດທະນະທຳ ຫວຽດນາມ, ພາສາ ຫວຽດ, ອ່ວາຍໜ້າເມືອຫາປະເທດຊາດ, ຕັ້ງໜ້າສ້າງປະຊາຄົມໝັ້ນຄົງໃຫ້ເຂັ້ມແຂງ.

        ບັນດາອະດີດຄູອາຈານ ຊາວ ຫວຽດນາມ ປາດຖະໜາວ່າ: ພັກ ແລະ ລັດສ້າງເງື່ອນໄຂໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ ໄທເຊິ່ງແມ່ນລຸ້ນທີ 2, ທີ 3 ອາດຈະຖືສັນຊາດ ຫວຽດນາມ ເພື່ອສາມາດກັບເມືອປະເທດທຳມາຫາກິນ, ຢ້ຽມຢາມຍາດຕິພີ່ນ້ອງໄດ້ຢ່າງສະດວກສະບາຍ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ. ພ້ອມນັ້ນ, ສືບຕໍ່ຈັດຕັ້ງບັນດາການຢ້ຽມຢາມບ້ານເກີດເມືອງນອນໃຫ້ຄູສອນລຸ້ນຕ່າງໆທີ່ພວມມີບັນດາການປະກອບສ່ວນສຳຄັນໃນການຮັກສາພາສາ ຫວຽດນາມ ຢູ່ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ