ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແລກປ່ຽນຂອງສະມາຄົມມິດຕະພາບຫວຽດນາມ-ລັດເຊຍ

(VOVWORLD) -ເນື່ອງໃນໂອກາດ ສະມາຄົມມິດຕະພາບຫວຽດນາມ-ລັດເຊຍ ຈັດກອງປະຊຸມແລກປ່ຽນທົ່ວປະເທດຄັ້ງທີ 13 ຢູ່ຮ່າໂນ້ຍ, ວັນທີ 28 ມິຖຸນາ, ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ມີການພົບປະກັບບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ
ຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແລກປ່ຽນຂອງສະມາຄົມມິດຕະພາບຫວຽດນາມ-ລັດເຊຍ - ảnh 1ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ພົບປະກັບບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ 

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ເນັ້ນໜັກວ່າ ພ້ອມກັບວຽກງານການພົວພັນຕ່າງປະເທດຂອງພັກ, ວຽກງານການທູດຂອງລັດ, ຂອງສະພາແຫ່ງຊາດນັ້ນ, ການພົວພັນຕ່າງປະເທດຂອງປະຊາຊົນພວມເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງພັກ ແລະ ລັດຫວຽດນາມ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສາກົນ ທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ