ຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຮ່ວມພິທີພົບປະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 7 ພະຈິກ, ທີ່ ຮ່າໂນ້ຍ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ ເຂົ້າຮ່ວມການພົບປະສັງສັນ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 101 ປີ ແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ (7 ພະຈິກ 1917- 7 ພະຈິກ 2018).
ຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຮ່ວມພິທີພົບປະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ກ່າວຄຳເຫັນທີ່ການພົບປະ (ພາບ:TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ສະແດງຄວາມປິຕິຊົມຊື່ນ ຕໍ່ສາຍພົວພັນອັນໝັ້ນແກ່ນ, ນ້ຳໃຈອ້າຍນ້ອງລະຫວ່າງສອງປະເທດ ຫວຽດນາມ - ລັດເຊຍ, ໃນນັ້ນ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແມ່ນບັນດາປັດໄຈສຳຄັນທີ່ສຸດ ໃນເລື່ອງເພີ່ມທະວີນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກວ່າອີກ. ທ່ານຮອງປະທານສະພາແຫ່ງຊາດ ປາຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການເຄື່ອນໄຫວດ້ານວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ການພົວພັນປະຊາຊົນ, ໃນນັ້ນ ຄວາມໃກ້ຊິດຕິດພັນ, ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ແລະ ກຸ່ມສະມາຊິກສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແມ່ນຈຳເປັນທີ່ສຸດ.

ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຫວນຄືນບັນດາການສະເຫຼີມສະຫຼອງ, ມູນເຊື້ອ, ສາຍພົວພັນພິເສດ, ບັນດາອາລົມຈິດ, ການປະກອບສ່ວນອັນໃຫຍ່ຫຼວງຂອງພັກ, ລັດຖະບານ, ປະຊາຊົນ ໂຊຫວຽດ ກ່ອນໜ້ານີ້ ແລະ ສະຫະພັນລັດເຊຍໃນປັດຈຸບັນ ຕໍ່ກັບການປະຕິວັດ ຫວຽດນາມ, ສຳລັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ; ພ້ອມນັ້ນແບ່ງປັນປະສົບການຕົວຈິງໃນວຽກງານການຕ່າງປະເທດ, ແຜນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນສອງປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ