ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເຮັດວຽກຢູ່ແຂວງ ຮ່າຢາງ

(VOVWORLD) - ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ນຳໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາຂອງສະພາແຫ່ງຊາດ, ໄດ້ເຮັດວຽກກັບແຂວງ ຮ່າຢາງ ກ່ຽວກັບ “ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025
ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເຮັດວຽກຢູ່ແຂວງ ຮ່າຢາງ - ảnh 1ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເຮັດວຽກຢູ່ແຂວງ ຮ່າຢາງ

ວັນທີ 7 ກໍລະກົດ, ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ນຳໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາຂອງສະພາແຫ່ງຊາດ, ໄດ້ເຮັດວຽກກັບແຂວງ ຮ່າຢາງ ກ່ຽວກັບ “ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດ ພູດອຍ ໄລຍະ 2021 - 2030”. ທີ່ການເຮັດວຽກ, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ ແຂວງ ຮ່າຢາງ ໄດ້ສ້າງສຳເລັດ ແລະ ລື່ນກາຍບັນດາມາດຖານ, ເປົ້າໝາຍຂອງໂຄງການໄດ້ວາງອອກ. ແຂວງ ຮ່າຢາງ ໄດ້ລະດົມແຫຼ່ງກຳລັງລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ; ອະນຸລັກຮັກສາມູນເຊື້ອວັດທະນະທຳຂອງປະຊາຊົນບັນດາເຜົ່າ; ແນະນຳ, ໜູນຊ່ວຍປະຊາຊົນລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ສຳຜັດກັບຄວາມອະລິຍາທຳ ເພື່ອເຊື່ອມຕົວກັບປະຊາຄົມ, ສັງຄົມ… ປະກອບສ່ວນປັບປຸງຊີວິດຂອງປະຊາຊົນບັນດາເຜົ່າເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ