ຮອງປະທານສະພາແຫ່ງຊາດ ໂດບ໋າຕິ ຕ້ອນຮັບປະທານກຳມາທິການຕ່າງປະເທດສະພາຕ່ຳ ອາເມລິກາ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບ໋າຕິ ໄດ້ໃຫ້ການຕ້ອນຮັບທ່ານປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ Ted Yoho. 
ຮອງປະທານສະພາແຫ່ງຊາດ ໂດບ໋າຕິ ຕ້ອນຮັບປະທານກຳມາທິການຕ່າງປະເທດສະພາຕ່ຳ ອາເມລິກາ - ảnh 1 ທ່ານ ໂດບ໋າຕິ ຕ້ອນຮັບທ່ານ Ted Yoho

ທີ່ການຕ້ອນຮັບ ໃນວັນທີ 16 ຕຸລາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ອາເມລິກາ; ປາດຖະໜາຢາກເພີ່ມທະວີ ແລະ ເຮັດໃຫ້ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ຝ່າຍເລິກເຊິ່ງກ່ວາອີກ ຕາມທິດແທດຈິງ, ມີປະສິດທິຜົນທັງ 3 ດ້ານລວມມີ: 2 ຝ່າຍ, ພາກພື້ນ, ທົ່ວໂລກ. ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ສະເໜີໃນໄລຍະຈະມາເຖິງ ສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ ສືບຕໍ່ສະໜັບສະໜູນການພົວພັນການຄ້າ ຫວຽດນາມ - ອາເມລິກາ; ໃນນັ້ນ ມີເລື່ອງອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກປາໜັງຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ.
ສ່ວນທ່ານປະທານອະນຸກຳມະການ ອາຊີ - ປາຊີຟິກ, ປະທານກຳມາທິການການຕ່າງປະເທດຂອງສະພາຕ່ຳ ອາເມລິກາ Ted Yoho ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນນີ້ ຈະສືບຕໍ່ມີບັນດາກາລະໂອກາດພັດທະນາກ່ວາອີກທັງລວງກ້ວາງ ແລະ ລວງເລິກ. ທ່ານປະທານ Ted Yoho ຖືວ່າ: 2 ຝ່າຍຄວນສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ເພີ່ມພຸນຄຸນສ້າງ, ມຸ່ງໄປເຖິງອະນາຄົດທີ່ດີງາມກ່ວາ ເພື່ອຄົນລຸ່ນຫລັງ.

ຕອບກັບ

ຂ່າວ/ບົດ​ອື່ນ