ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກ


ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຜູ້ອຳນວຍການອົງການອະນາໄມໂລກ - ảnh 1
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​
 ຕ່ອງ​ທິຟ໋ອງ ​ຕ້ອນຮັບ ປ​ອ, ດຣ Shin Young-soo
(ພາບ: ດີງນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 19/9, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ໋ອງ ​ໄດ້​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ອະນາ​ໄມ​ໂລກ, ​ໂດຍ ປ​ອ, ດຣ Shin Young-soo, ຜູ້ອຳນວຍການ ອົງການ​ອະນາ​ໄມ​ໂລກ (WHO) ພາກ​ພື້ນ ປາຊີ​ຟິກ ຕາ​ເວັນ​ຕົກ ​ເປັນ​ຫົວໜ້າ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ໋ອງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ອົງການ​ອະນາ​ໄມ​ໂລກ​ໃນ​ການ​ປະຕິບັດ​ບັນດາ​ລາຍການ​ເຄື່ອນ​ໄຫວ​ການ​ແພດ ຊ່ວຍ​ນຳ​ມາ​ເຊິ່ງສຸຂະພາບ ​ແລະ ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ທີ່​ດີກ​ວ່າ​ໃຫ້​ແກ່​ຊາວ ຫວຽດນາມ ກໍ່​ຄື​ໃນ​ທົ່ວ​ໂລກ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ເພີ່ມ​ທະວີ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ຂົງ​ເຂດ​ສົ່ງ​ເສີມ​ສຸຂະພາບ​ໃຫ້​ປະຊາຊົນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕ່ອງ​ທິຟ໋ອງ ປາຖະໜາ​ວ່າ, ອົງການ​ອະນາ​ໄມ​ໂລກ ຈະ​ໜູນ​ຊ່ວຍ ຫວຽດນາມ​ໃນ​ການ​ສະໜອງ ​ແລະ ອັບ​ເດັດ​ຂ່າວສານກ່ຽວ​ກັບ​​ສຸຂະພາບ​ຢູ່​ໂລກ, ພາກ​ພື້ນ ​ແລະ ຢູ່​ຫວຽດນາມ​ຢ່າງ​ພາວະ​ວິ​ໄສ, ​ເພື່ອ​ໃຫ້​ລັດຖະບານ ຫວຽດນາມ​ສາມາດ​ເປັນ​ເຈົ້າ​ການ​ຍົກ​ອອກ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ໃນ​ການ​ຄວບ​ຄຸມພະ​ຍາດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສົ່ງ​ເສີມ​ສຸຂະພາບ​ໃຫ້​ປະຊາຊົນ.

 

ຂ່າວ/ບົດ​ອື່ນ