ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມຝຣັ່ງ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມຝຣັ່ງ - ảnh 1
ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຕ່ອງ​ທິ​ຟ໋ອງ​ຢ້ຽມ​ຢາມ​ຝ​ຣັ່ງ

(vovworld) –  ​ວັນ​ທີ 8/10, ຄະ​ນະ​ປະ​ຕິ​ບັດ​ງານ​ຂອ​ງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດ​ຍ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ນຳ​ໜ້າ ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ​ຝ​ຣັ່ງ ໄດ້ພົບ​ປ​ະ​ກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ ຝ​ຣັ່ງຫຼາຍ​ທ່ານ. ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຝ​ຣັ່ງ ເວົ້າ​ລວມ, ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກົດ​ໝາຍ ແມ່ນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ງານ. ໃນ​ການ​ພົບ​ປະ ແລະ ເຮັດ​ວຽກ​ກັບ​ຮອງ​ປະ​ທານ​ຜ​ູ້​ທີ​ໜຶ່ງ​ສະ​ພາ​ແຫ່ງ​ຊາດ ຝ​ຣັ່ງ Laurece Dumont, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ​່ງ​ຊາດ ຕ່ອງ​ທິ​ຟ໋ອງ ແນະ​ນຳ​ກ່ຽວ​ກັບ​ປະ​ຫວັດ​ແຫ່ງ​ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ການ​ພົວ​ພັນ​ຮ່ວມ​ມື​ກັບ ຝ​ຣັ່ງ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຕີ​ລາ​ຄາ​ສູງ ນ້ຳ​ໃຈ ເຊິ່ງ​ບັນ​ດາ ສ​ສ​ຊ ໃນ​ກຸ່ມ​ ສສຊ ​ມິດ​ຕະ​ພາບ ​ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ. ຄະ​ນະ​ຍັງ​ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ລັດ​ຖະ​ສະ​ພາລະ​ຫວ່າງ​ຊາດ ໃຊ້​ພາ​ສາ ຝ​ຣັ່ງ Pascal Terrasse. ວັນ​ທີ 9/10, ຄະ​ນະ​ໄດ້​ຖະ​ຫວາຍ​ທູບ​ທຽນ​, ວາງ​ພວມ​ມາ​ລາຢູ່​ອະ​ນຸ​ສາ​ວະ​ລີ ປະ​ທານ​ ໂຮ່​ຈີ​ມິນ ຢູ່ ຝ​ຣັ່ງ, ມີ​ກາ​ນ​ເຮັດ​ວຽກ​ສຳ​ຄັນ​ກັບ​ການ​ນຳ​ສະ​ພາ​ສູງ ຝ​ຣັ່ງ.

 

ຂ່າວ/ບົດ​ອື່ນ