ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມສະຫະພັນລັດເຊຍ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມສະຫະພັນລັດເຊຍ - ảnh 1
ທ່ານ​ນາງ​ ຕ່ອງ​ທິຟ໋ອງ ພົບ​ປະ​ສັງ​ສັນ​ຜູ້ຕາງໜ້າ
ສູນວັດທະນະທຳ - ການ​ຄ້າ ຮ່າ​ໂນ້ຍ ມົດສກຸ
(ພາບ: vov.vn)

(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ Valentina Matvienko, ປະທານ​ ສະພາ​ສູງລັດ​ເຊຍ, ທ່ານ​ນາງ ຕ່ອງ​ທິຟ໋ອງ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ພວມ​ມີ​ການ​ຢ້ຽ​ມຢາມ ລັດ​ເຊຍ ​ແລະ ຈະເຂົ້າ​ຮ່ວມ​ເວທີ​ປາ​ໄສ​​ແມ່ຍິງ ອາຊີ - ​ເອີ​ລົບ ​ໃນ​ວັນ​ທີ 24/9.

        ຕອນ​ເຊົ້າ​ວັນ​ທີ 20/9, ຄະນະ​ຜູ້​ແທນໄປ​ເຖິງສະໜາມ​ຫລວງ ​ໂຮ່ຈີ​ມິນ ຢູ່ນະຄອນຫລວງ ມົດສະກຸ ວາງ​ພວງ​ມາລາ​​ອາ​ໄລຫາ ປະທານ​ໂຮ່ຈີ​ມິນ. ຄະນະ​ກໍ​ວາງ​ພວງມາລາຢູ່​ແປວ​ໄຟ​ອະມະຕະ, ອາ​ໄລ​ຫາ​ນັກຮົບນິລະນາ​ມທີ່​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ແລະ ​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ຜູ້ນຳ​ກອມ​ມູນິດ Vladimir Ilich Lenin.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ພົບ​ປະ​ສັງ​ສັນ​ກັບຜູ້ຕາງໜ້າບັນດາ​ອົງການຈັດ​ຕັ້ງ​, ສະມາຄົມ, ຄະນະ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ ທີ່​ສູນວັດທະນະທຳ - ການ​ຄ້າ ຮ່າ​ໂນ້ຍ ມົດສກຸ. ທ່ານ​ນາງ ຕ່ອງ​ທິຟ໋ອງ ​ແບ່ງປັນ​ກັບພໍ່​ແມ່​ປະຊາ​ຄົ​ມຊາວ ຫວຽດນາມ ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ, ລັດ ກ່ຽວ​ກັບ​ບັນດາ​ບັນຫາ ​ເຊິ່ງພໍ່​ແມ່​ປະຊາ​ຄົ​ມຊາວ ຫວຽດນາມ ສົນ​ໃຈ​ຄື: ຮັບປະກັນຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ​ເໝາ​ສົມ​ກັບ​ກົດໝາຍ​ປະ​ເທດລັດ​ເຊຍ; ​ໂຄສະນາ​ເຜີຍ​ແຜ່​​ບັນດາ​ເນື້ອ​ໃນ​ໃໝ່ຂອງ​ກົດໝາຍ ຫວຽດນາມ…ທ່ານ​ນາງ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ:

        “ ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ເຖິງ​​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຕື່ມ​ອີກ, ສ້າງ​ເງື່ອນ​ໄຂ​​ໃຫ້​ພໍ່​ແມ່​ປະຊາຊົນ​ທຳ​ມາ​ຫາ​ກິນ…​ນັ້ນ​ແມ່ນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່. ​​ໃນ​ການພົບ​ປະຄັ້ງ​ນີ້, ​ຕາງ​ໜ້າ​ຄະ​ນະຜູ້​ແທນ​ຫວຽດນາມ ຂ້າພະ​​ເຈົ້າ​ຂໍ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ຢູ່​ລັດ​ເຊຍ  ອວຍພອນ​ໃຫ້​ທຸກ​ຄົນມີ​ສຸຂະພາບ​ແຂງ​ແຮງ, ​ມີ​ຄວາມ​ຜາ​ສຸກ​, ສືບ​ຕໍ່​ສ້າງ​ປະຊາ​ຄົ​ມຊາວ ຫວຽດນາມ ຢູ່ ລັດ​ເຊຍ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່​ສ​້າງປະ​ເທດ ລັ​ດ​ເຊຍ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ.”

        ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້ມອບ​ໃຫ້​ສະມາຄົມ​ຊາວ ຫວຽດນາມ ​​ຢູ່ ລັດ​ເຊຍ ຮູບ​ພາບ​ທີ່​ເປັນສັນຍາ​ລັກ​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ.

 

ຂ່າວ/ບົດ​ອື່ນ