ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລາຍເຈົາ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລາຍເຈົາ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ມອບຂອງ
ຂວັນໃຫ້ບັນດາຄອບຄົວນະໂຍບາຍ,ຜູ້ທີ່ມີຄຸນງາມຄວາມດີຕໍ່ປະຕິວັດ
(ພາບ:vov.vn)


(vovworld) -  ວັນ​ທີ 20/4, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ ລາຍ​ເຈົາ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 12 ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ກໍ່​ລົງ​ຢ້ຽມຢາມ​ຕາ​ແສງ​ເຂດ​ຊົນນະບົດ​ໃໝ່ ຊານ​ທ່າ​ງ, ນະຄອນ ລາຍ​ເຈົາ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 19/4, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ລົງ​ຢ້ຽມຢາມ​ພະນັກງານ ​ແລະ ປະຊາຊົນ​ບ້ານ​ວັດທະນະທຳ ວ່າງ​ແຟວ,​ ຕາ​ແສງ ​ເມື່ອ​ງຊໍ, ​ເມືອງ ຟອງ​ໂຖ. ​ເມື່ອ​ໂອ້​ລົມ​ກັບ​ຊາວບ້ານ ວ່າງ​ແຟວ ​ແລະ ຜູ້ຕາງໜ້າ​ອຳ​ນາດ​ການ​ປົກຄອງ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ​ຄວນ​ເອົາ​ໃຈ​ໃສ່​​ເຖິງ​ປະຊາຊົນຫຼາຍກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ວິວັດ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປົກ​ປັກຮັກສາວັດ​ທະນະ​ທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຜົ່າຕົນ.

ຂ່າວ/ບົດ​ອື່ນ