ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez Parrilla ແລະ ທ່ານ​ນາງຮອງ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິ​ມ​ເງິນ
(ພາບ: Thống Nhất/TTXVN)


(vovworld) – ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez Parrilla ​ໃນ​ຕອນ​ບ່າຍ​ວັນ​ທີ 11/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງຮອງ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິ​ມ​ເງິນ ຢັ້ງຢືນ​ວ່າ: ສະພາ​ແຫ່​ງຊາດ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ກັບ​ພັກ ​ແລະ ລັດ ​ໃນ​ກາ​ນຊຸກຍູ້​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກໍ່​ຄື​ພ້ອມ​​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັນຍັດ​ກັບ ກຸຍ​ບາ. ດ້ວຍ​ຖານະ​ເປັນ​ປະທານ​ສະມາຄົມ​ມິດ​ຕະພາບ ຫວຽດນາມ - ກຸຍ​ບາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​​ດ ຫວຽດນາມ - ກຸຍ​ບາ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

    ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez Parrilla, ​ໃຫ້​ຮູ້​ວ່າ: ຝ່າຍ ກຸຍ​ບາ ພວມ​ຕັ້ງໜ້າ​ກະກຽມ​ສົມທົບ​ກັບ ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ກໍ່​ຄື​ຕັ້ງໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 7 ພາກ​ພື້ນ ອາຊີ - ປາຊີຟິກ ສາມັກຄີ​ກັບ ກຸຍ​ບາ ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່ ຫວຽດນາມ ​ໃນ​ປີ 2015.



ຂ່າວ/ບົດ​ອື່ນ