ຮອງປະທານສະພາແຫ່ງຊາດຫວຽດນາມຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດກູບາ

ຮອງປະທານສະພາແຫ່ງຊາດຫວຽດນາມຕ່ອງທິຟ໋ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດກູບາ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ ​ຕ້ອນຮັບ ທ່ານ Santiago Perez Castellanos
(ພາບ: DinhNam)

(vovworld) – ​ ​ ​ ​ວັນ​ທີ 8/9, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Santiago Perez Castellanos ຫົວໜ້າ​ຄະນະ​ກະສິກຳ ​ແລະ ສະບຽງ​ອາຫານ​ສູນ​ກາງ, ພັກ​ກອມ​ມູນິດ ກູ​ບາ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ Santiago Perez Castellanos ​ໄດ້ສົ່ງ​ຄຳ​ຢ້ຽມຢາມຖາມ​ຂ່າວ​ຂອງ​ຜູ້ນຳ Fidel Castro ​ແລະ ປະທານ Raul Castro ​ເຖິງ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ການ​ນຳ​ຂັ້ນ​ສູງ ຫວຽດນາມ; ​ທ່ານ​ໄດ້ແຈ້ງ​ໃຫ້​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຊາບກ່ຽວ​ກັບ​ສະພາບການ​ຢູ່​ ກູ​ບາ ​ໃນ​ປະຈຸ​ບັນ, ບັນດາ​ໝາກຜົນ ຊຶ່ງ​ພັກ ​ແລະ ປະຊາຊົນ ກູ​ບາ ບັນລຸ​ໄດ້​ໃນ​ວິວັດ​ການ ສ້າງຮູບ​ແບບ​ເສດຖະກິດ - ສັງຄົມທີ່​ກ້າວໜ້າ. ສ່ວນ​ທ່ານ​ນາງ ຕ່ອງ​ທິຟ໋ອງ ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ອັນສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ ກູ​ບາ, ປະຊາຊົນ ກູ​ບາ ຈະ​ຜ່ານ​ຜ່າຄວາມ​ທົດ​ສອບ​ທຸກປະການ, ປົກ​ປັກ​ຮັກສາ​ໝາກຜົນ​ການ​ປະຕິວັດ​ຢ່າງ​ໝັ້ນຄົງ, ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​​ໃໝ່ອັນ​ໃຫຍ່​ຫລວງກ່ວາ​​ເກົ່າ ​ໃນ​ພາລະກິດ​ປະຕິວັດ​ຂອງ​ຕົນ.

        ​ໃນ​​ໄລຍະ​ຢ້ຽ​ມຢາມ ຫວຽດນາມ, ທ່ານ Santiago Perez Castellanos ຫົວໜ້າ​ຄະນະ​ກະສິກຳ ​ແລະ ສະບຽງ​ອາຫານ​ສູນ​ກາງ​ໄດ້ ພົບ​ປະ​ເຈລະຈາ​ກັບ​ທ່ານ ຫງວຽນ​ຊວນ​ເກື່ອງ ຮອງ​ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ; ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ພື້ນ ອາຊີ - ປາຊີ​ຟິກ ສາມັກຄີກັບ ກູ​ບາ ຄັ້ງ​ທີ 7 ​ແລະ ​ການໂອ້​ລົມ​ສົນທະນາ “55 ປີ​ແຫ່ງ​ວັນ​ສາມັກ​ຄີ ​ແລະ ຮ່ວມ​ມື ຫວຽດນາມ - ກູ​ບາ”; ​ເຮັດ​ວຽກ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ທະນາຄານ​ພັດທະນາ​ຊົນນະບົດ; ຢ້ຽມຢາມ​ບາງ​ຮາກ​ຖານ​ກະສິກຳ​ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນອີ​ກດ້ວຍ.

 

ຂ່າວ/ບົດ​ອື່ນ