ຮອງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບການນຳສະພາສູງ, ສະພາຕຳ່ລັດເຊຍ

ຮອງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບການນຳສະພາສູງ, ສະພາຕຳ່ລັດເຊຍ - ảnh 1

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຸ່ມສະມາຊິກລັດຖະສະພາຮ່ວມມືກັບສະພາແຫ່ງຊາດຫວຽດນາມ
(ພາບ: ອິນເຕີແນດ)

(vovworld) – ​​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ ຢ່າງ​​ເປັນທາງ​ການ​ໃນ​ລະຫວ່າງ​ວັນ​ທີ 20-23/9/2015 ​ແລະ​ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ແມ່ຍິງ​ອາຊີ - ​ເອີ​ລົບ ຄັ້ງ​ທຳ​ອິດ, ​ແຕ່​ວັນ​ທີ 24-25/9/2015. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ປະທານ​ສະພາ​ສະຫະພັນ Valentina Matvienko, ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ຮອງ​ປະທານ ຜູ້​ທີ​ໜຶ່ງ ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ Ivanovich Melnikov, ພົບ​ປະ​ກັບ​ຮອງ​ປະທານ​ສະພາ​ສະຫະພັນ​ລັດ​ເຊຍ Umakhanov ​ແລະ ການ​ນຳ​ກຸ່ມ​ສະມາຊິກລັດຖະສະພາ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຂອງ​ສະພາ​ສະຫະພາບ. ​ໃນ​ການ​ພົບ​ປະ​ເຈລະຈາ​ຕ່າງໆ​, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄວນ​ມານະ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລັດຖະສະພາ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ, ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງກວ່າ​ອີກ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຄວນ​ໃຫ້​ສັດຕະຍາບັນ​ໂດຍ​ໄວ ​ແລະ ສົມທົບ​ກັນ​ໃນ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ; ການ​ນຳສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ສະ​ເໜີ​ໃຫ້​ສອງ​ອົງການ​ນິຕິບັນ​ຍັດ ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕ່າງໆ​ລະຫວ່າງ​ສອງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ; ​ແລກປ່ຽນ​ຄະນະ​ຜູ້​ແທນ; ສະໜັບສະໜນູກັນ​​ໃນບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ​ເຊິ່ງທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ​ເມື່ອ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ກຸ່ມ​ສະມາຊິກ​ລັດຖະສະພາ​ລັດ​ເຊຍ - ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ, ​ໃຫ້​ຮູ້​ວ່າ:

         “ຄະນະ​ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ຢ່າງ​ສູງ​ຕໍ່​ແບບ​ວິທີ​ເຈລະຈາ​ຄື​ແນວ​ນີ້ ​ແລະ ຢືນຢັນ​ວ່າ, ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ໄດ້ປະ​ກອບ​ສ່ວນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ກໍ່​ຄື​ສະໜັບສະໜູນ​ກັນ​ໃນ​ເວທີ​ປາ​ໄສ​ສາກົນ. ອາດ​ເວົ້າ​ໄດ້​ວ່າ​ນີ້​ແມ່ນ​ແບບຢ່າງ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ກຸ່ມ​ສະມາຊິກ​ລັດຖະສະພາ​ຫວຽດນາມ - ລັດ​ເຊຍ“.

ຂ່າວ/ບົດ​ອື່ນ