ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ

ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ - ảnh 1
ທ່ານນາງ ຫງວຽນ​ທິກິມ​ເງິນ ​ຕ້ອນຮັບ​ຜູ້​ແທນ
ຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ

(ພາບ: TTXVN)

(vovworld) – ​ທີ່​ການ​ຕ້ອນຮັບຄະນະຜູ້ແທນຊົນເຜົ່າສ່ວນໜ້ອຍແຂວງເຊີນລາ​ ໃນ​ຕອນ​ເຊົ້າວັນ​ທີ 13/5 ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​​ໄດ້ຍ້ອງຍໍ​ຊົມເຊີຍບັນດາ​ຜົນງານ​ຂອງ​ແຂວງ ​ເຊີນ​ລາ​ ໃນ​ການພັດທະນາ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ນາງ​ຮອງປະ​ທານສະພາ​ແຫ່ງ​ຊາດ ຫງວຽ​ນທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ​ເຊີນ​ລາ ຄວນສືບ​ຕໍ່​ສຸມ​ໃສ່ຜັນ​ຂະຫຍາຍ​ບັນດາ​​ໂຄງການ​, ນະ​ໂຍບາຍ​ພັດທະນາ​ໃນ​ເຂດ​​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ. ພະນັກງານ ​ແລະ ປະຊາ​ຊົນ​ຢູ່​ທ້ອງ​ຖິ່ນ, ຜູ້​ມີ​ອິດທິຜົນ​ຊື່​ສຽງ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຊີວິດ​ທາງດ້ານວັດ​ຖຸ, ຈິດໃຈ​ຂອງ​ພໍ່​ແມ່​ປະຊາຊົນ; ຜັນ​ຂະ​ຫາຍ​ປະຕິບັດ​ບັນດາ​ໂຄງການຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ; ຕັ້ງໜ້າ​ຕອບ​ສະໜອງ​ຂະ​ບວນການ​​ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ປະ​ເທດ​ຊາດ, ຮັບປະກັນ​ຄວາມເປັນລະບຽບຮຽບຮ້ອຍ, ຂະ​ບວນການ​ແຂ່ງ​ຂັນຮັກ​ຊາດ​ໃນ​ເຂດ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ