ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ພົບປະສະມາຄົມມູນເຊື້ອທະຫານເຈື່ອງເຊີນ

(VOVWORLD) - ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ໄດ້ມີການພົບປະກັບສະມາຄົມມູນເຊື້ອທະຫານເຈື່ອງເຊີນ - ເສັ້ນທາງໂຮ່ຈິມິນ, ກອງພົນ 470 ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ. 
ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ພົບປະສະມາຄົມມູນເຊື້ອທະຫານເຈື່ອງເຊີນ - ảnh 1 ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງການພົບປະ

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ສະເໜີບັນດາອົງການທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຄວນສືບຕໍ່ເອົາໃຈໃສ່ເຖິງວຽກງານຕອບບູນແທນຄຸນ; ຍູ້ແຮງຂະບວນການທົ່ວປວງຊົນເຂົ້າຮ່ວມຂະບວນການເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຜ່ານບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ໜູນຊ່ວຍຊີວິດການເປັນຢູ່ສຳລັບບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ປາດຖະໜາວ່າ, ບັນດາອະດີດນັດຮົບ, ທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ບັນດານັກປະຕິວັດຜູ້ອາວຸໂສຂອງສະມາຄົມ ຍາມໃດກໍ່ເຊີດຊູແບບຢ່າງ, ຄຸນນະທາດອັນດີງາມ, ເສີມຂະຫຍາຍມູນເຊື້ອກົມກອງວິລະຊົນ, ໄດ້ມີການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ