ຮອງປະທານສະແຫ່ງຊາດຟູງກວກຫຽນເຮັດວຽກກັບການນຳຫຼັກແຫຼ່ງແຂວງລາຍເຈົາ

ຮອງປະທານສະແຫ່ງຊາດຟູງກວກຫຽນເຮັດວຽກກັບການນຳຫຼັກແຫຼ່ງແຂວງລາຍເຈົາ - ảnh 1
ຮອງປະທານສະແຫ່ງຊາດ ຟູງກວກຫຽນ
ເຮັດວຽກກັບການນຳຫຼັກແຫຼ່ງແຂວງລາຍເຈົາ

(vovworld) - ທີ່​ການ​ເຮັດ​ວຽກ​ໃນ​ວັນ​ທີ 04/08 ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ​ງກວກ​ຫຽນ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ ລາຍ​ເຈົາ. ພາຍຫລັງ​ການ​ສ້າງ​ຕັ້ງ​ແຂວງຄືນ​​ໃໝ່ ມາ​ຮອດ​ປະຈຸ​ບັນ, ພິ​ເສດ​ແມ່ນ​​ໃນຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ 6 ​ເດືອນ​ຕົ້ນ​ປີ 2016, ​ແຂວງ ລາຍ​ເຈົາ ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ບັນລຸ​ໄດ້ຄວາມ​ກ້າວໜ້າ​ກະ​ໂດດ​ຂັ້ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ກໍ່​ຄື​ຮັກສາ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ລະບົບ​ການ​ເມືອງ​ໃຫ້​ໝັ້ນຄົງ.  ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ​ແຂວງ ລາຍ​ເຈົາ ຢາກ​ພັດທະນາ ​ບາດກ້າວ​ບຸກທະລຸທຳ​ອິດ​ແມ່ນ ​ຕ້ອງແກ້​ໄຂ​ບັນ​ຫາ​ຄົມ​ມະ​ນາ​ຄົມ. ​ແຂວງ ລາຍ​ເຈົາ ກໍ່​ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ເສດຖະກິດ​ປ່າ, ຕົ້ນ​ໄມ້​ອຸດສາຫະກຳ​ໄລຍະ​ຍາວ​ທີ່​ຕິດ​ພັນ​ກັບ​ຕົ້ນ​ໄມ້​ອຸດສາຫະກຳ​ໄລຍະ​ສັ້ນ, ພັດທະນາຕົ້ນ​ໄມ້ກິ​ນໝາກ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ຜັກ, ໝາກ​ໄມ້​ປອດ​ສານພິດ…​ຄຽງ​ຂ້າງ​ນັ້ນ ​ແຂວງ ລາຍ​ເຈົາ ຄວນ​ເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງ​ການພັດທະນາ​ວັດທະນະທຳ, ສັງຄົມ, ສາທາລະນະ​ສຸກ, ການ​ສຶກສາ ​ແລ​ະ ພິ​ເສດ​ແມ່ນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ​ເຕັກ​ໂນ​ໂລ​ຢີ​ໃໝ່, ​ເຕັກ​ໂນ​ໂລ​ຢີໝູນ​ໃຊ້.

 

ຂ່າວ/ບົດ​ອື່ນ